• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ອາ​ຊຽນກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

ໃນຂອບເຂດບັນດາໂຄງການຂອງປີປະທານອາຊຽນ 2020, ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ຮັບການຈັດຕັ້ງດ້ວຍຮູບການທາງອອນລາຍ ແລະ ປະສົບຜົນສຳເລັດຢ່າງຈົບງາມ. 

ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 (ພາບ:  baoquocte.vn

ບັນດາການນຳລັດ ແລະ ລັດຖະບານ ຂອງບັນດາປະເທດອາຊຽນ ໄດ້ອອກຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ດ້ວຍບັນດາເນື້ອໃນຄືດັ່ງນີ້:

        ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບວິໄສທັດອາຊຽນ 2025 ກ່ຽວກັບການສ້າງປະຊາຄົມອາຊຽນ ມຸ່ງໄປເຖິງມະນຸດ ແລະ ຖືມະນຸດເປັນໃຈກາງ.

        ຄຳໝັ້ນສັນຍາປະກອບຄວາມຮູ້ໃຫ້ແກ່ແຫຼ່ງຊັບພະຍາກອນມະນຸດອາຊຽນ ດ້ວຍບັນດາທັກສະເພື່ອກະກຽມໃຫ້ແກ່ອະນາຄົດ, ຜ່ານນັ້ນເຮັດໃຫ້ເຂົ້າເຈົ້າສາມາດຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

        ຢັ້ງຢືນວິໄສທັດສຳຄັນຂອງບັນດາຄວາມມານະພະຍາຍາມລວມໃນພາກພື້ນ ແລະ ຢູ່ແຕ່ລະປະເທດສະມາຊິກ ແລະ ການເຂົ້າຮ່ວມຢ່າງແຮງກ່ວາອີກຂອງບັນດາວິສາຫະກິດ ແລະ ຂະແໜງອຸດສາຫະກຳ ເພື່ອແນໃສ່ຍູ້ໄວບັນດາຄວາມມານະພະຍາຍາມໃນການກະກຽມແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ອະນາຄົດຂອງ ອາຊຽນ.

        ເຫັນດີເປັນເອກະພາບ ສ້າງຕັ້ງວິວັດທະນາການປະຕິບັດຖະແຫຼງການນີ້ ຜ່ານບັນດາຍຸດທະສາດ ແລະ ການກະທຳຢ່າງລະອຽດເພື່ອ ປະກອບສ່ວນເຂົ້າບັນດາແຜນການປະຕິບັດງານຂອງກອງປະຊຸມລັດຖະມົນຕີກະຊວງແຮງງານ ອາຊຽນ (ALMM), ກອງປະຊຸມລັດຖະມົນຕີການສຶກສາ ອາຊຽນ (ASED), ສະພາສຶກສາວິອາຊີບ ອາຊຽນ (ATC) ແລະ ບັນດາອົງການສະເພາະຂະແໜງງານທີ່ກ່ຽວຂ້ອງຕ່າງໆ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top