• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມ ຫວຽດນາມ - ໂຮນລັງ

      ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ລາຊະອານາຈັກໂຮນລັງ ຢ່າງເປັນທາງການແຕ່ວັນທີ 08-11 ກໍລະກົດ 2017 ຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີລາຊະອານາຈັກໂຮນລັງ Mark Rutte, ຫວຽດນາມ ແລະ ໂຮນລັງ ໄດ້ອອກຖະແຫຼງການຮ່ວມ.

(ຫວຽດນາມ ແລະ ໂຮນລັງ ໄດ້ອອກຖະແຫຼງການຮ່ວມ)
      ຖະແຫຼງການຮ່ວມຊີ້ແຈງລະອຽດວ່າ: ນາຍົກລັດຖະມົນຕີສອງທ່ານໃຫ້ຄຳເໝັ້ນສັນຍາ ສືບຕໍ່ຮັກສາການພົບປະຂັ້ນສູງ ແລະ ແລກປ່ຽນຄະນະຜູ້ແທນ, ລວມທັງປຶກສາຫາລືປະຈຳໄລຍະລະຫວ່າງສອງກະຊວງການຕ່າງປະເທດ ກ່ຽວກັບບັນດາບັນຫາທີ່ສອງຝ່າຍມີຄວາມສົນໃຈ ແລະ  ມີຜົນປະໂຫຍດຮ່ວມກັນ. ນາຍົກລັດຖະມົນຕີສອງທ່ານຮັບຮູ້ເລື່ອງ ຫວຽດນາມ ແລະ ໂຮນລັງ ຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງການພົວພັນທາງການທູດ ໃນປີ 2018 ແລະ ເຫັນດີເປັນເອກະພາບວ່າ ສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງເຫດການພິເສດນີ້ໃຫ້ປະສົບສຳເລັດຢ່າງຈົບງາມ. ນາຍົກລັດຖະມົນຕີສອງທ່ານ ຕີລາຄາສູງການຮ່ວມມືຕົວຈິງໃນຂອບເຂດຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດດ້ານກະສິກຳທີ່ໝັ້ນຄົງ ແລະ ຄວາມປອດໄພທາງດ້ານອາຫານ. ຫວຽດນາມ ແລະ ໂຮນລັງ ຈະດຳເນີນການແລກປ່ຽນກ່ຽວກັບວຽກງານປັບປຸງບັນດາລະບົບຄຸນຄ່າໃນຂົງເຂດກະສິກຳ.
        ສອງຝ່າຍຢັ້ງຢືນເຖິງຄວາມສຳຄັນຂອງວຽກງານຊຸກຍູ້ດ້ານການຄ້າ ແລະ ການລົງທຶນ ສອງຝ່າຍ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ວິສາຫະກິດສອງປະເທດ, ພິເສດແມ່ນໃນຂອບເຂດສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ນາຍົກລັດຖະມົນຕີສອງທ່ານ ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ຄວາມກ້າວໜ້າທີ່ບັນລຸໄດ້ໃນການພົວພັນຄູ່ຮ່ວມມື ລະຫວ່າງ ຫວຽດນາມ ແລະ ໂຮນລັງ ໃນຂົງເຂດການບິນ. ນາຍົກລັດຖະມົນຕີສອງທ່ານ ຕີລາຄາສູງບັນດາບາດກ້າວພັດທະນາໃນມໍ່ໆມານີ້ ໃນການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ແລະ ເຫັນດີເປັນເອກະພາບຊຸກຍູ້ການລົງທຶນ ແລະ ການຖ່າຍທອດເຕັກໂນໂລຊີຂອງບັນດາທ້ອງຖິ່ນ ໂຮນລັງ ໃຫ້ບັນດາທ້ອງຖິ່ນ ຫວຽດນາມ.
        ນາຍົກລັດຖະມົນຕີສອງທ່ານ ໄດ້ປຶກສາຫາລືບັນດາມາດຕະການເປີດກວ້າງການຮ່ວມມືດ້ານການປ້ອງກັນຊາດ, ພິເສດແມ່ນໃນຂົງເຂດການປ້ອງກັນຄວາມສະຫງົບໃນການເດີນທະເລ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top