• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມ ຫວຽດນາມ - ໂປໂລຍ ກ່ຽວກັບການຍົກລະດັບການພົມພັນ 2 ຝ່າຍ

ຖະແຫຼງການໃຫ້ຮູ້ວ່າ, ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກວ່າ 2 ຝ່າຍຕ້ອງຊຸກຍູ້ການຮ່ວມມືດ້ານການເມືອງ, ເສດຖະກິດ, ຂະແໜງການ, ທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນຢ່າງເລິກເຊິ່ງ, ກວ້າງຂວາງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk)

ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ສ.ໂປໂລຍ ຢ່າງເປັນທາງການ, ແຕ່ວັນທີ 16-18 ມັງກອນ. 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ໂປໂລຍ.

ຖະແຫຼງການໃຫ້ຮູ້ວ່າ, ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກວ່າ 2 ຝ່າຍຕ້ອງຊຸກຍູ້ການຮ່ວມມືດ້ານການເມືອງ, ເສດຖະກິດ, ຂະແໜງການ, ທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນຢ່າງເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນກວ່າອີກ, ມຸ່ງໄປເຖິງການຍົກລະດັບການພົວພັນ ຫວຽດນາມ - ໂປໂລຍ ຂຶ້ນສູ່ລະດັບສູງໃໝ່ໃນອະນາຄົດອັນໃກ້ໆ. 2 ຝ່າຍເຫັນດີຕ້ອງເພີ່ມທະວີບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ 2 ຝ່າຍໃນທຸກຊ່ອງທາງ, ລະຫວ່າງພັກກອມມູນິດ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ອຳນາດການປົກຄອງຂອງ ຫວຽດນາມ ກັບ ອຳນາດການປົກຄອງຂອງ ໂປໂລຍ, ເພື່ອແນໃສ່ປັບປຸງການຮ່ວມມືດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ. 2 ຝ່າຍກຳນົດການປຶກສາຫາລືດ້ານການເມືອງປະຈຳປີແມ່ນກົນໄກເພື່ອພິຈາລະນາ ແລະ ອັບເດດບັນດາການເຄື່ອນໄຫວຮ່ວມມື.

2 ຝ່າຍເຫັນດີຍູ້ແຮງການສົນທະນາລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ ແລະ ປາດຖະໜາຢາກເປີດກວ້າງການຮ່ວມມືໃນບັນດາບັນຫາສາກົນ ແລະ ພາກພື້ນ. 2 ຝ່າຍຢືນຢັນຄືນໃໝ່ການສະໜັບສະໜູນລັດທິຫຼາຍຝ່າຍ ແລະ ລະບົບສາກົນດ້ວຍສະຫະປະຊາຊາດເປັນໃຈກາງ, ກໍຄືຄວາມເປັນລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ລວມມີກົດບັດສະຫະປະຊາຊາດ. 2 ຝ່າຍຢືນຢັນຄືນໃໝ່ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ເນັ້ນໜັກເຖິງຄວາມເຄົາລົບກົດໝາຍ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັນກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.

Top