• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມຫວຽດນາມ-ລາວ

ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ແຕ່ວັນທີ 28 ຫາວັນທີ 29 ມິຖຸນາ ປີ 2021, ໃນວັນທີ 29 ມິຖຸນາ, 2 ປະເທດຫວຽດນາມ-ລາວໄດ້ອອກຖະ ແຫຼງການຮ່ວມ.
ຫວຽດນາມ-ລາວໄດ້ອອກຖະແຫຼງການຮ່ວມ

ຖະແຫຼງການຮ່ວມໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະເຈລະຈາກັບທ່ານ ທ່ານເລຂາທິການໃຫຍ່ພັກກອມູມນິດຫວຽດນາມ ຫງວຽນຝູຈ້ອງ, ພົບປະເຈລະຈາກັບທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ, ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກສຳມະນາກອນຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ……..

     ຖະແຫຼງການຮ່ວມເນັ້ນໜັກວ່າ 2 ຝ່າຍໄດ້ຢືນຢັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວແມ່ນຊັບສົມບັດລວມອັນລ້ຳຄ່າຈຂອງ 2 ຊາດ, ແມ່ນປັດໄຈຮັບປະກັນຄວາມຄົງຕົວ, ການພັດທະນາຂອງ 2 ປະເທດ. 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດມີຄວາມຮັບຜິດຊອບພ້ອມກັນ ຮັກສາ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງກ້ວາງເລິກໃນທຸກໆຂົງເຂດ.

    2 ຝ່າຍໄດ້ເນັ້ນໜັກເຖິງການຍຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສົງຄົມນິຍົມ, ສືບຕໍຮ່ຽງບ່າຮ່ຽງໄຫຼ່ ສະໜັບສະໜູນກັນໃນກິດຈະການສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ.

     2 ຝ່າຍໄດ້ເຫັນດີນຳກັນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ປຶກສາຫາລື ສົມທົບກັນຢ່າງແໜ໊ນແຟ້ຮນ, ສະໜັບສະໜູນຊຶ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ເປັນຕົ້ນແມ່ນໃນຂອບເຂດການຮ່ວມມືອາຊຽນ ແລະ ບັນດາກົນໄກໂດຍອາຊຽນນຳພາ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ອົງການການຄ້າໂລກ, ເວທີປາໄສຮ່ວມມື ອາຊີ-ເອີລົບ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ, ເພີ່ມທະວີການສົມທົບກັບກຳປູເຈຍ ເພື່ອປະຕິບັດຂໍ້ຕົກລົງລະຫວ່າງ 3 ນາຍົກລັດຖະມົນຕີ ກ່ຽວກັບການພັດທະນາເຂດ 3 ລ່ຽມພັດທະນາ CLV ຢ່າງມີປະສິດທິຜົນ, ຜັນຂະຫຍາຍແຜນການເຊື່ອມຕໍ່ 3 ພື້ນຖານ ກຳປູເຈຍ-ລາວ-ຫວຽດນາມເຖິງປິ 2030.

     ກ່ຽວກັບບັນຫາທະເລຕາເວັນອອກ,  2 ຝ່າຍສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC), ເພີ່ມທະວີບັນດາມາດຕະການສ້າງຄວາມເຊື່ອໝັ້ນຕໍ່ກັນ ແລະ ການທູດເພື່ອສະກັດກັ້ນ, ກ້າວໄປສູ່ການສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ໂດຍໄວ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. 2 ຝ່າຍຢັ້ງຢືນຄືນກ່ຽວກັບຄວາມເປັນເອກະສັນກັນຕໍ່ບັນດາຫຼັກໝັ້ນພື້ນຖານຂອງອາຊຽນກ່ຽວກັບທະເລຕາເວັນອອກທີ່ໄດ້ຍັກອອກມາໃນຖະແຫຼງການຮ່ວມອາຊຽນ, ໃນນັ້ນ ມີແຈ້ງການຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງ 53 ແລະ ຜົນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 .

 (ແຫຼ່ງຄັດຈາກ VOV)

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top