• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະຫນົນດອກໄມ້ ຫງວຽນເຫ້ວ ເປີດຕົວຕ້ອນຮັບຊາວຫວຽດນາມ ແລະຊາວຕ່າງປະເທດ ມາທ່ຽວຊົມໃນໂອກາດບຸນເຕັດ

ຕອນຄ່ຳວັນທີ 2 ກຸມພາ, ຖະຫນົນ ດອກໄມ້ ຫງວຽນເຫ້ວ ນະຄອນ ໂຮ່ຈິມີນ ໄດ້ເປີດຕົວຢ່າງເປັນທາງການ ເພື່ອຮັບໃຊ້ ປະຊາຊົນຢູ່ພາຍໃນ ແລະຕ່າງປະເທດ ມາທ່ຽວຊົມໃນໂອກາດບຸນເຕັດວຽນມາ. 
ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ.


ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂຖະຫນົນດອກໄມ້ ຫງວຽນເຫ້ວ

ຖະຫນົນດອກໄມ້ ປີນີ້ ມີລວງຍາວ 720 ແມັດ ດ້ວຍຫົວຂໍ້ “ນະຄອນ ໂຮ່ຈິມີນ - ໝັ້ນໃຈເດີນໄກກວ່າ”. ສິ່ງພິເສດຂອງຖະຫນົນດອກໄມ້ປີນີ້ ແມ່ນການປະກົດຕົວຂອງ ໝູ 6 ໂຕເຮັດດ້ວຍດິນ ແລະ ຖືກຕັ້ງຢູ່ 6 ບ່ອນລຽມຕາມເສັ້ນທາງ. ບັນດາໂຕໝູດັ່ງກ່າວສົ່ງສານເຖິງນັກທ່ອງທ່ຽວ “ບຸນເຕັດເຮັດສິ່ງທີ່ດີງາມ, ຮ່ວມແຮງຮ່ວມໃຈປະກອບສ່ວນຊ່ວຍເຫລືອນັກຮຽນທຸກຍາກ ນະຄອນ ໂຮ່ຈິມີນ”,  ຮຽກຮ້ອງການປະກອບສ່ວນຂອງບັນດາຜູ້ໃຈບຸນໃຈກຸສົນເພື່ອນຳມາເຊິ່ງບັນດາທຶນການສຶກສາ ແລະ ຂອງຂວັນໃຫ້ເດັກນ້ອຍທຸກຍາກ. ທ່ານ ເວືອງແອງຕວນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Saigon Tourist ຫົວຫນ້າຄະນະຈັດຕັ້ງຖະຫນົນ ດອກໄມ້ ຫງວຽນເຫ້ວ ແລະ ງານບຸນເຕັດປີກຸນ 2019 ໃຫ້ຮູ້ວ່າ:

ຖະຫນົນດອກໄມ້ປີນີ້ ພວກຂ້າພະເຈົ້າໄດ້ຈັດແບ່ງເປັນ 3 ຕອນ ແລະ ສຸມໃສ່ໃນຕອນທີ່ມີຫົວຂໍ້ວ່າ “ນະຄອນ ອັດສະລິຍະ” ດ້ວຍການອອກແບບທີ່ໃຫມ່ອ່ຽມ. ປີນີ້ ພວກເຮົາສະເຫລີມສະຫລອງ 60 ປີແຫ່ງຖະຫນົນດອກໄມ້ຢູ່ ຖະຫນົນ ຫງວຽນເຫ້ວ ສະນັ້ນ ພວກຂ້າພະເຈົ້າເລືອກເອົາ ໝູ 6 ໂຕ, ແຕ່ລະໂຕ ມີສີສັນສະເພາະ ເພື່ອຮຽກຮ້ອງການປະກອບສ່ວນຊ່ວຍເຫລືອນັກຮຽນທຸກຍາກ ແລະ ຕອບສະຫນອງບັນດາການເຄືື່ອນໄຫວຂອງຊາວຫນຸ່ມ”

ນີ້ເປັນປີທີ 16 ລຽນຕິດ ຖະຫນົນດອກໄມ້ ຫງວຽນເຫ້ວ ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວມາທ່ຽວຊົມໃນໂອກາດບຸນເຕັດ ຢູ່ ນະຄອນໂຮ່ຈິມີນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top