• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຽນ​ຢາງ​ສົ່ງ​ອອກງວດ​ໝາກ​ພ້າ​ວ​ທາງ​ການ​ທຳ​ອິດ​ໄປ​ຍັງ ຈີນ

ບໍລິສັດຫຸ້ນສ່ວນ FADO iExport ໄດ້ສົມທົບກັບສະຫະກອນ ຮຶງທິ້ງຟາດ ຈັດການສົ່ງອອກສິນຄ້າງວດທຳອິດໄປຍັງ ຈີນ, ດ້ວຍໝາກພ້າວ 60.000 ໜ່ວຍ ທີ່ມີນ້ຳໜັກປະມານ 65 ໂຕນ.
ບັນດາຜູ້ແທນຕັດແຖບຜ້າສົ່ງອອກໝາກພ້າວງວດທຳອິດ (ພາບ: TTXVN)

ຕອນບ່າຍວັນທີ 24 ຕຸລາ, ຢູ່ເມືອງ ເຈີງ້າວ, ແຂວງ ຕຽນຢາງ, ບໍລິສັດຫຸ້ນສ່ວນ FADO iExport ໄດ້ສົມທົບກັບສະຫະກອນ ຮຶງທິ້ງຟາດ ຈັດການສົ່ງອອກສິນຄ້າງວດທຳອິດໄປຍັງ ຈີນ, ດ້ວຍໝາກພ້າວ 60.000 ໜ່ວຍ ທີ່ມີນ້ຳໜັກປະມານ 65 ໂຕນ.

ສິນຄ້າປະເພດໝາກພ້າວໂສດສົ່ງອອກແມ່ນ ສິນຄ້າປະເພດທີ່ມີຄວາມຮຽກຮ້ອງຕ້ອງການສູງໃນວິວັດການຂົນສົ່ງ. ດັ່ງນັ້ນ, ເພື່ອຕອບສະໜອງຄວາມຕ້ອງການສົ່ງອອກໝາກພ້າວໄປຍັງຈີນ, ບໍລິສັດຫຸ້ນສ່ວນ Proship ໄດ້ສ້າງ ແລະ ສະໜອງຕະຫຼາດວິທີການຂົນສົ່ງໝາກພ້າວໂສດ ດ້ວຍ ຕູ້ container ແຊເຢັນ ລຸ້ນໃໝ່, ຮັບປະກັນອຸນຫະພູມເປັນປົກກະຕິ ແລະ ຄວາມຊຸມໃນຕະຫຼອດໄລຍະຂົນສົ່ງ. ວິທີການນີ້ ເພື່ອແນໃສ່ຮັກສາຄຸນນະພາບຂອງໝາກພ້າວໂສດ ຈົນເຖິງເວລາໄປຮອດຈີນ, ປະກອບສ່ວນຍົກສູງຄຸນນະພາບຜະລິດຕະພັນກະເສດ ຕຽນຢາງ ແລະ ຫຼຸດຜ່ອນຄວາມສ່ຽງໃນການສົ່ງອອກຜະລິດຕະພັນກະເສດໄປຍັງຈີນ.

(ແຫຼ່ງຄັດຈາກ VOV)

OPEC ເພີມ​ປະ​ລິ​ມານ​ນ້ຳ​ມັນ

OPEC+ ເພີມ​ປະ​ລິ​ມານ​ນ້ຳ​ມັນ

ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິດສະລາແອັນ ແລະ ອີຣານ.

Top