• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕີລາຄາປະສິດທິຜົນຂອງ ວັກຊີນ ລັດເຊຍໃນການ ຕ້ານເຊື້ອໄວຣັດ SARS - CoV - 2 ສາຍພັນໃໝ່

     ຕາມຄຳສັ່ງຂອງທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ລັດຖະບານຕ້ອງຮັບປະກັນການໄຈ້ແຍກ ແລະ ຕີລາຄາປະສິດທິຜົນຂອງວັກຊິນພາຍໃນປະເທດເພື່ອສະກັດກັ້ນການຕິດເຊື້ອພະຍາດໂຄວິດ - 19 ທີ່ກ່ຽວຂ້ອງເຖິງເຊື້ອໄວຣັດ SARS - CoV - 2 ສາຍພັນຕ່າງໆ.
ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Tass)
      ຕາມການປະກາດຂອງ ວັງ Kremlinແລ້ວ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອອກຄຳສັ່ງໃຫ້ລັດຖະບານ ຕີລາຄາປະສິທິຜົນຂອງ ວັດຊິນກັນໂຄວິດ - 19 ຊະນິດຕ່າງໆພາຍໃນປະເທດ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19, ພິເສດແມ່ນສຳລັບເຊື້ອໄວຣັດ SARS - CoV - 2 ສາຍພັນໃໝ່.
        ຕາມຄຳສັ່ງຂອງທ່ານ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ລັດຖະບານຕ້ອງຮັບປະກັນການໄຈ້ແຍກ ແລະ ຕີລາຄາປະສິດທິຜົນຂອງວັກຊິນພາຍໃນປະເທດເພື່ອສະກັດກັ້ນການຕິດເຊື້ອພະຍາດໂຄວິດ - 19 ທີ່ກ່ຽວຂ້ອງເຖິງເຊື້ອໄວຣັດ SARS - CoV - 2 ສາຍພັນຕ່າງໆ. ທ່ານ Vladimir Putin ໄດ້ມອບໜ້າທີ່ໃຫ້ແກ່ລັດຖະບານ ພ້ອມກັບຜູ້ນຳໜ້າບັນດາຂົງເຂດ ຈັດຕັ້ງການສັກວັກຊິນຕ້ານໂຄວິດ - 19 ໃນວົງກ້ວາງໃຫ້ແກ່ປະຊາຊົນໃນທົ່ວປະເທດ, ເຊິ່ງຄິດໄລ່ເຖິງບັນດາຄຳສັ່ງທີ່ໄດ້ອອກກ່ອນໜ້ານັ້ນ, ກໍ່ຄືຮັບປະກັນແຜນການສັກວັກຊິນທີ່ໄດ້ຮັບການອະນຸຍາດ, ດັ່ງນັ້ນ ບັນດາອົງການບໍລິການລະຫວ່າງລັດ ເອົາໃຈໃສ່ເຖິງການໜູນຊ່ວຍກ່ຽວກັບການຈັດຕັ້ງ ແລະ ວິທີການ, ຖ້າຫາກຈຳເປັນຈະສະໜອງ ງົບປະມານຕື່ມອີກ.
 (ແຫຼ່ງຄັດຈາກ VOV)

ກໍ່​ສ້າງ​ສຳ​ເລັດ​ເຮືອນເກືອບ 900 ຫຼັງ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາ​ະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​

ກໍ່​ສ້າງ​ສຳ​ເລັດ​ເຮືອນເກືອບ 900 ຫຼັງ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາ​ະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​

ໄລ່​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ 2026, ມີ​ເຮືອນ​ຢູ່ 2.092 ຫຼັງ​ໄດ້​ຮັບ​ການ​ເລີ່ງ​ລົງ​ມື​ກໍ່​ສ້າງ, ໃນ​ນັ້ນ​ມີ​ເຮືອນ 900 ຫຼັງ​ໄດ້​ກໍ່​ສ້າງ​ສຳ​ເລັດ​.

Top