• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕິດແທດພຶດຕິກຳຕົວຈິງ, ຕອບສະໜອງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ

ວັນທີ 16 ມີນາ, ວາລະຊັກຖາມ ແລະ ຕອບຄຳຊັກຖາມຄັ້ງທຳອິດຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XV ໄດ້ດຳເນີນໂດຍກົງຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ) ແລະ ໄດ້ເຊື່ອມຕໍ່ທາງໄກກັບ ຄະນະສະມາຊິກສະພາແຫ່ງຊາດຢູ່ 62 ແຂວງ, ນະຄອນຂຶ້ນກັບສູນກາງ. ເນື້ອໃນການຊັກຖາມໄດ້ສຸມໃສ່ບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ໃນຂົງເຂດອຸດສາຫະກຳການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ວາລະຊັກຖາມສືບຕໍ່ສະແດງໃຫ້ເຫັນ ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດໄດ້ປະຕິບັດຢ່າງມີປະຊາທິປະໄຕ, ເປັນປະຈຳ, ຕິດແທດກັບພຶດຕິກຳຕົວຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງຫວັງປາດຖະໜາຂອງຜູ້ມີສິດເລືອກຕັ້ງ.

  ຄະນະປະຈຳສະພາແຫ່ງຊາດຊຸດທີ XV ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ

(ພາບ: baochinhphu.vn)  

 ຕາມປົກກະຕິແລ້ວ, ກອງປະຊຸມເດືອນມີນາ ແລະ ເດືອນສິງຫາໃນທຸກປີ, ຄະນະປະຈຳສະພາແຫ່ງຊາດຈະດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ.

ຕິດແທດກັບພຶດຕິກຳຕົວຈິງ

ບັນຫາທີ່ຍົກອອກມາຊັກຖາມແມ່ນຂຶ້ນກັບຂົງເຂດອຸດສາຫະກຳ ແລະ ການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນ 2 ເນື້ອໃນ ທີ່ມີຂະໜາດກ້ວາງ, ມີຜົນສະທ້ອນ ແລະ ຜົນກະທົບໃຫຍ່ທີ່ສຸດຕໍ່ການພັດທະນາເສດຖະກິດ - ສັງຄົມ, ການເຄື່ອນໄຫວຜະລິດ - ດຳເນີນທຸລະກິດຂອງວິສາຫະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ການຄຸ້ມຄອງລັດ ບໍ່ພຽງແຕ່ສຸມໃສ່ຢູ່ 2 ກະຊວງທີ່ໄດ້ກ່າວມາຂ້າງເທິງເທົ່ານັ້ນ ຫາກຍັງກ່ຽວຂ້ອງເຖິງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງອື່ນອີກດ້ວຍ.

ໃນແຕ່ລະໝວດບັນຫາ ລ້ວນແຕ່ໄດ້ແບ່ງເປັນ 2 ເນື້ອໃນ: ໜຶ່ງແມ່ນ ບັນດາບັນຫາ ໂດຍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຊຸດກ່ອນໄດ້ ຊັກຖາມ, ຕິດຕາມກວດກາຫົວເລື່ອງສະເພາະ ແລະ ໄດ້ອອກມະຕິແລ້ວ, ສອງແມ່ນບັນຫາກ່ຽວກັບສະຖານະການໃນປັດຈຸບັນ. ພຶດຕິກຳຕົວຈິງໄດ້ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດລ້ວນແຕ່ມີຄວາມສົນໃຈຕໍ່ມາດຕະການຂອງກະຊວງອຸດສາຫະກຳ ການຄ້າ, ຂອງລັດຖະບານ ເພື່ອຮັບປະກັນແຫຼ່ງສະໜອງນ້ຳມັນ (ລວມມີບັນຫາການຜະລິດ, ນຳເຂົ້າ, ສະໜອງນ້ຳມັນ). ຫຼືບັນຫາປະມູນລາຄາທີ່ດິນ, ການປະຕິບັດສັນຍາຊື້ຂາຍ, ການໂອນສຳມະສິດນຳໃຊ້ທີ່ດິນ. ຄະນະສະມາຊິກສະພາແຫ່ງຊາດ 54 ຄະນະ ໄດ້ສົ່ງຂໍ້ສະເໜີຊັກຖາມມາຍັງຄະນະປະຈຳສະພາແຫ່ງຊາດ ລ້ວນແຕ່ມີຄວາມສົນໃຈຕໍ່ບັນຫານີ້. ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວແລ້ວ, ສອງໝວດບັນຫາໃຫຍ່ໄດ້ຍົກອອກມາຊັກຖາມບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບສະເພາະຂອງກະຊວງອຸດສາຫະກຳການຄ້າ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງກະຊວງ, ຂະແໜງການ ແລະ ລັດຖະບານອີກດ້ວຍ. ບັນດາສະມາຊິກທີ່ກ່ຽວຂ້ອງໄດ້ກະກຽມຢ່າງລະອຽດເພື່ອສາມາດຕອບບັນດາເນື້ອໃນເຊິ່ງສະມາຊິກສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ.

ເສີມຂະຫຍາຍປະຊາທິປະໄຕ, ຍົກສູງພູມປັນຍາລວມໝູ່

ບັນຫາທີ່ຍົກອອກມາຄຳຊັກຖາມໃນວາລະປະຊຸມຄັ້ງທີ 9 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XV ແມ່ນຜົນການລວບລວມເອົາຄຳເຫັນຂອງຄະນະສະມາຊິກສະພາແຫ່ງຊາດ, ຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ແລະ ໝາກຜົນຂອງການລົງຄະແນນສຽງ ຂອງຄະນະປະຈຳສະພາແຫ່ງຊາດ.

ຖ້າຫາກວ່າ, ໃນການຊັກຖາມຄັ້ງກ່ອນ, ສ່ວນຫຼາຍແມ່ນມີການເຂົ້າຮ່ວມຂອງສະມາຊິກສະພາແຫ່ງຊາດສະເພາະກິດຂັ້ນສູນກາງ ແຕ່ມາໃນຄັ້ງນີ້ ພັດມີການເຂົ້າຮ່ວມຂອງສະມາຊິກສະພາແຫ່ງຊາດສະເພາະກິດຢູ່ຂັ້ນທ້ອງຖິ່ນ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງກໍ່ ລ້ວນແຕ່ສາມາດເຂົ້າຮ່ວມການຊັກຖາມ. ດັ່ງນັ້ນ, ພູມປັນຍາລວມໝູ່ຈຶ່ງໄດ້ຮັບການເສີມຂະຫຍາຍຢ່າງສຸດຂີດ, ແຕ່ລະບັນຫາຈຶ່ງໄດ້ໄຈ້ແຍກຢ່າງລະອຽດ, ຫຼາຍແງ່ມູມ.

ການຊັກຖາມຢ່າງມີປະສິດທິຜົນຈະຊ່ວຍໃຫ້ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິວ່າດ້ວຍການຊັກຖາມຢ່າງ ຖືກຕ້ອງແລະຕິດແທດ ກັບບັນຫາ, ປະກອບສ່ວນຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງລັດ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ໃນຂົງເຂດອຸດສາຫະກຳການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສ້າງການຫັນປ່ຽນໃນຂົງເຂດນີ້.

ນອກຈາກນັ້ນ, ການຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າ ການເຄື່ອນໄຫວຢ່າງຕັ້ງໜ້າໃນການພົວພັນສົມທົບວຽກງານ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ, ຊ່ວຍໃຫ້ສະພາແຫ່ງຊາດ ແລະ ລັດຖະບານພ້ອມກັນວາງອອກມາດຕະການແກ້ໄຂບັນຫາຮີບດ່ວນທີ່ເກີດຂຶ້ນໃນພຶດຕິກຳຕົວຈິງໂດຍໄວ. ສິ່ງນີ້ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນສະພາບການໃໝ່, ພິເສດແມ່ນ ເມື່ອມີຫຼາຍສິງຫຼາຍຢ່າງປ່ຽນແປງ ແລະ ຕ້ອງການແກ້ໄຂທັນທີ. ການຊັກຖາມ ແລະ ຕອບຄຳຊັກຖາມແມ່ນສ່ວນໜຶ່ງໃນພາລະໜ້າທີ່ຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ຫວຽດນາມ. ການເຄື່ອນໄຫວຊັກຖາມດຳເນີນໄປຢ່າງມີປະສິດທິຜົນນັ້ນຈະສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການເຄື່ອນໄຫວຊີ້ນຳ, ບໍລິຫານ, ປະກອບສ່ວນຊຸກຍູ້ການພັດທະນາຂອງເສດຖະກິດ - ສັງຄົມ…


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top