ຂ່າວສານ
ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍວິສາຫະກິດເຂົ້າເຖິງແຫຼ່ງທຶນ ແລະ ແກ້ໄຂຄວາມຫຍຸ້ງຍາກ
ບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອງສືບຕໍ່ຜັນຂະຫຍາຍບັນດາມາດຕະການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຄື່ອນໄຫວ, ຫຼຸດອັດຕາດອກເບ້ຍເງິນຝາກ, ສ້າງອັດຕາດອກເບ້ຍທີ່ເໝາະສົມເພື່ອໜູນຊ່ວຍວິສາຫະກິດໃຫ້ໄດ້ແຫຼ່ງທຶນ, ແກ້ໄຂຄວາມຫຍຸ້ງຍາກ, ພັດທະນາການຜະລິດດຳເນີນທຸລະກິດ. ນີ້ແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃນກອງປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ບາງທະນາຄານການຄ້າແຫ່ງລັດ ກ່ຽວກັບບັນດາມາດຕະການຍົກສູງຄວາມສາມາດເຂົ້າເຖິງແຫຼ່ງທຶນ ແລະ ຫຼຸດຜ່ອນອັດຕາດອກເບ້ຍ ທີ່ໄດ້ດຳເນີນໃນວັນທີ 24 ພຶດສະພາ ຢູ່ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ເນັ້ນວ່າ ຕ້ອງສ້າງສະພາບແວດລ້ອມນິຕິກຳຄົບຊຸດໃຫ້ບັນດາອົງການສິນເຊື່ອເຄື່ອນໄຫວຢ່າງເປີດເຜີຍ, ໂປ່ງໃສ; ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດເຂົ້າເຖິງການບໍລິການສິນເຊື່ອຢ່າງສະດວກ, ຮັບປະກັນໜ້າທີ່ຮັກສາມູນຄ່າຂອງສະກຸນເງິນດົ່ງ, ເສດຖະກິດມະຫາພາກ, ອັດຕາແລກປ່ຽນເງິນຕາ ແລະ ທົ່ວລະບົບທະນາຄານການຄ້າໃຫ້ເປັນປົກກະຕິ.
ທີ່ກອງປະຊຸມ, ການນຳບັນດາທະນາຄານການຄ້າແຫ່ງລັດ ເຫັນດີເປັນເອກະພາບ ຈະສືບຕໍ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການເຄື່ອນໄຫວ, ມານະພະຍາຍາມເພື່ອສືບຕໍ່ຫຼຸດຜ່ອນອັດຕາບອກເບ້ຍເງິນຝາກ, ມຸ່ງໄປເຖິງການຫຼຸດອັດຕາດອກເບ້ຍເງິນກູ້; ນຳສິນເຊື່ອເຂົ້າໃນບັນດາຂົງເຂດທີ່ມີຄວາມສາມາດຂົ້າເຖິງທຶນ, ບັນດາຂົງເຂດບຸລິມະສິດເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ…