• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອບສະໜອງໂມງໜ່ວຍໂລກ 2025: ການຫັນເປັນສີຂຽວ - ອະນາຄົດສີຂຽວ

ປີນີ້ແມ່ນປີທີ 16 ທີ່ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການຕອບສະໜອງເຫດການ “ໂມງໜ່ວຍໂລກ”.
ການມອດໄຟເພື່ອໂມງໜ່ວຍໂລກ ຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີ (ພາບອີນເຕີເນັດ)

ດ້ວຍຂໍ້ຄວາມ "ການຫັນປ່ຽນສີຂຽວ - ອະນາຄົດສີຂຽວ", ການມອດໄຟເພື່ອໂມງໜ່ວຍໂລກ ຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີໃນມື້ນີ້.ເຫດການດັ່ງກ່າວແມ່ນເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີເພື່ອໜ່ວຍໂລກຂຽວ.ເພື່ອຕອບສະໜອງໂມງໜ່ວຍໂລກ 2025, ຫຼາຍເຫດການໄດ້ດຳເນີນໄປກ່ອນນັ້ນ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນບັນດາແຂວງ, ນະຄອນ.

ພິທີປຸກລະດົມທົ່ວປວງຊົນປະຕິບັດການປະຢັດພະລັງງານ ແລະ ງານແຂ່ງຂັນແລ່ນຕອບສະໜອງເຫດການໂມງໜ່ວຍໂລກ 2025 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຂຶ້ນໃນຫວ່າງມໍ່ໆມານີ້ ຢູ່ຮ່າໂນ້ຍ ໄດ້ດຶງດູດຜູ້ເຂົ້າຮ່ວມເກືອບ 2.000 ຄົນ.

ຂ້າພະເຈົ້າເຫັນວ່າສານຂອງໂມງໜ່ວຍໂລກປີນີ້ ມີຄວາມໝາຍທີ່ສຸດ ແລະ ມີລັກສະນະການເມືອງ ໃນສະພາບການໂລກທີ່ພວມຕ້ານຄືນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທໍາມະຊາດ. ການຫັນເປັນສີຂຽວແມ່ນຂໍ້ກຸນແຈສຳຄັນພາໄປເຖິງອະນາຄົດສີຂຽວ. ພວກເຮົາຈະປະຕິບັດໄດ້ສິ່ງດັ່ງກ່າວດ້ວຍການປະຢັດພະລັງງານ."

 “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຂົ້າຮ່ວມງານແລ່ນຕອບສະໜອງການປະຢັດພະລັງງານໂດຍກະຊວງອຸດສາຫະກຳ ແລະ ການຄ້າຈັດຂຶ້ນ.”

ເພື່ອຕອບສະໜອງເຫດການໂມງໜ່ວຍໂລກ 2025, ນອກຈາກການ ແຂ່ງຂັນແລ່ນແລ້ວ, ຍັງມີການເຄື່ອນໄຫວຫຼາຍຢ່າງທີ່ກະຊວງອຸດສາຫະກຳ ແລະ ການຄ້າ ຈະຈັດຂຶ້ນໃນເດືອນ ມີນາ 2025, ຄື: ງານປະກວດທາງໄກຊອກຮູ້ກ່ຽວກັບການປະຢັດພະລັງງານຕອບສະໜອງໂມງໜ່ວຍໂລກປີ 2025, ງານປະກວດ “ນັກໂຄສະນາປະຢັດໄຟຟ້າ”; ງານປະກວດ "ລາງວັນສື່ມວນຊົນໂຄສະນາກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ".ທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ:

“ຖ້າພວກເຮົານຳໃຊ້ພະລັງງານ, ນຳໃຊ້ໄຟຟ້າຢ່າງປະຢັດ ແລະ ມີປະສິດທິຜົນ, ຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາ ແບບຍືນຍົງຂອງລະບົບໄຟຟ້າແຫ່ງຊາດ. ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນຄວາມໝັ້ນຄົງດ້ານພະລັງງານຂອງ ຫວຽດນາມ. ສະນັ້ນ, ການເຄື່ອນໄຫວປຸກລະດົມຂະບວນການຕອບສະໜອງເຫດການໂມງໜ່ວຍໂລກ ແມ່ນມີຄວາມໝາຍສຳຄັນທີ່ສຸດບໍ່ພຽງແຕ່ສຳລັບປະຊາຊົນເທົ່ານັ້ນ ຫາກຍັງສຳລັບປະຊາຄົມວິສາຫະກິດອີກດ້ວຍ.”

ຢູ່ແຂວງ ບິ່ງເຢືອງ, ໄດ້ດຳເນີນການເຄື່ອນໄຫວຕອບສະໜອງຫຼາຍຢ່າງ, ຄື: ລາຍການ “ມອດເຄື່ອງລົດຈັກ 25 ວິນາທີ”, ງານແຂ່ງຂັນແລ່ນຕອບສະໜອງເຫດການໂມງໜ່ວຍໂລກ, ເຫດການມອດໄຟເພື່ອໂມງໜ່ວຍໂລກ ແລະ ພິເສດແມ່ນການຂີ່ລົດຖີບເພື່ອສົ່ງເສີມການເຄື່ອນໄຫວໂມງໜ່ວຍໂລກ.

 “ເລື່ອງຂີ່ລົດຖີບເດີນຂະບວນຢາກສົ່ງສານໃຫ້ທຸກຄົນມີການດຳລົງຊີວິດທີ່ປອດໃສ, ປະຢັດໄຟຟ້າ. ຂ້າພະເຈົ້າຫວັງວ່າ, ຈະໄດ້ເຂົ້າຮ່ວມຫຼາຍລາຍການຄືແນວນີ້ຕື່ມອີກ”.

ປີນີ້ແມ່ນປີທີ 16 ທີ່ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການຕອບສະໜອງເຫດການ “ໂມງໜ່ວຍໂລກ”.ໂດຍຕີລາຄາສູງປະສິດທິຜົນຂອງເຫດການນີ້ສຳລັບຂະແໜງພະລັງງານ, ທ່ານ ຫວໍກວາງເລີມ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN), ໃຫ້ຮູ້ວ່າ:

"ໃນໄລຍະ 16 ປີຜ່ານມາ, ຄວາມຮັບຮູ້ຂອງປະຊາຊົນໃນການນໍາໃຊ້ພະລັງງານໂດຍປະຢັດ, ມີປະສິດທິຜົນ, ໃນນັ້ນ ການປະຢັດໄຟຟ້າໄດ້ຮັບການຍົກສູງຂຶ້ນຫຼາຍ. ດ້ວຍວຽກງານນ້ອຍໆໃນການປະຢັດໄຟຟ້າຂອງຕົນ, ແຕ່ລະຄົນໄດ້ຊ່ວຍໃຫ້ລະບົບໄຟຟ້າເຄື່ອນໄຫວເປັນປົກກະຕິກວ່າ, ປອດໄພກວ່າແລະມີປະສິດທິຜົນຫຼາຍຂຶ້ນ."

“ໂມງໜ່ວຍໂລກ” ແມ່ນຄວາມຕັດສິນໃຈຫັນປ່ຽນຕົນເອງຢ່າງເຂັ້ມແຂງ, ຮອບດ້ານ, ຊຸກຍູ້ຂະບວນການຫັນເປັນສີຂຽວດ້ວຍບັນດາຮູບແບບເສດຖະກິດສີຂຽວ, ວິຖີຊີວິດສີຂຽວ, ການບໍລິໂພກສີຂຽວ;ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງພ້ອມກັນມີການເຄື່ອນໄຫວຕົວຈິງເພື່ອອະນາຄົດສີຂຽວ ແລະ ການພັດທະນາແບບຍືນຍົງ./.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top