• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອນເຊົ້າ 25/4: ຊາວ ຫວຽດນາມ ເກືອບ 199.000 ຄົນໄດ້ສັກວັນຊີນກັນໂຄວິດ 19 ແລະ ບໍ່ກວດພົບຜູ້ຕິດໂຄວິດ 19 ລາຍໃຫມ່

      ກະຊວງສາທາລະນະສຸກ ພວມເປັນເຈົ້າການ ຊີ້ນຳຢ່າງຂ້ຽວຂາດໃຫ້ເຂດທາງທິດຕາເວັນຕົກພາກໃຕ້ ເພີ່ມທະວີການປ້ອງກັນ ສະກັດກັ້ນໂລກລະບາດ.
ພາບປະກອບ:BYT
      ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ແຕ່ເວລາ 18 ໂມງຂອງວັນທີ 24 ເມສາ ຮອດ 6 ໂມງເຊົ້າວັນທີ 25 ເມສາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ 19 ລາຍໃຫມ່. ປະຈຸບັນ ຈຳນວນຜູ້ຕິດເຊື້ອສະສົມແມ່ນ 2.833 ຄົນ, ໃນນັ້ນ 1.570 ຄົນ ຕິດແປດພາຍໃນປະເທດ, 35 ຄົນເສຍຊີວິດ.
10 ແຂວງ, ນະຄອນ ຢູ່ຫວຽດນາມ ຄື: ຮ່ວາບີງ, ດຽນບຽນ, ບີ່ງເຢືອງ, ,ຮ່າຢາງ, ຮືງອຽນ, ບັກຢາງ, ຢາລາຍ, ບັກນີງ, ກວ໋າງນີງ ແລະ ນະຄອນ ໂຮ່ຈີມິນ ໃນເວລາ 71 ມື້ຜ່ານມາບໍ່ກວດພົບກໍລະນີໃດຕິດເຊື້ອໃນວົງຄະນາຍາດ. ຮ່າໂນ້ຍ ແມ່ນ 67 ມື້, ຫາຍຟ່ອງ 61 ມື້ ແລະ ຫາຍເຢືອງ ແມ່ນ 31 ມື້ ບໍ່ກວດພົບຜູ້ຕິດເຊື້ອໃນວົງຄະນາຍາດ.
ແລະໄລ່ຮອດຕອນເຊົ້າວັນທີ 25 ເມສາ, ຫວຽດນາມ ມີເກືອບ 199.000 ຄົນໄດ້ສັກວັນຊີນ ກັນໂຄວິດ 19.
ທ່ານ ຫງວຽນແທ່ງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ຍ້ອນສະພາບການໂລກລະບາດໂຄວິດ 19 ໃນໂລກ ແລະ ພາກພື້ນ ພວມຜັນແປໄປຢ່າງສັບສົນ ເຮັດໃຫ້ຄວາມສ່ຽງແຜ່ລະບາດຈາກຕ່າງປະເທດ ເຂົ້າຫວຽດນາມ ແມ່ນສູງທີ່ສຸດ ສະນັ້ນ ກະຊວງສາທາລະນະສຸກ ພວມເປັນເຈົ້າການ ຊີ້ນຳຢ່າງຂ້ຽວຂາດໃຫ້ເຂດທາງທິດຕາເວັນຕົກພາກໃຕ້ ເພີ່ມທະວີການປ້ອງກັນ ສະກັດກັ້ນໂລກລະບາດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top