• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕອນເຊົ້າວັນທີ 15 ສິງຫາ, ດຳເນີນການສັກທົດລອງວັກຊິນກັນພະຍາດໂຄວິດ - 19 ARCT – 154 ເຕັກໂນໂລຢີຂອງ ອາເມລິກາ ຜະລິດ ຢູ່ ຫວຽດນາມ

      ເຕັກໂນໂລຢີຂອງວັກຊິນ ARCT – 154 ແມ່ນນຳໃຊ້ເຕັກໂນໂລຢີ mRNA ຂອງ Arcturus. ນີ້ແມ່ນເຕັກໂນໂລຢີທີ່ມີລະດັບເທົ່າທຽມກັບວັກຊິນ Pfizer, Moderna ທີ່ໄດ້ຮັບການອະນຸມັດຜ່ານແລ້ວ. ພວກຂ້າພະເຈົ້າຈະມານະພະຍາຍາມຮອດທ້າຍປີນີ້ ຈະປະຕິບັດສຳເລັດການສັກທົດລອງທັງ 3 ໄລຍະ, ກະກຽມໂຮງຈັກໂຮງງານຜະລິດວັກຊິນຢູ່ເຂດເຕັກໂນໂລຢີ ຮວ່າລາກ ໂດຍໄວ. ວັກຊິນດັ່ງກ່າວ ກໍໄດ້ຜັນຂະຫຍາຍການສັກທົດລອງໄລຍະ 1 ແລະ ໄລຍະ 2 ຢູ່ ອາເມລິກາ ແລະ ສິງກະໂປ, ໃນເບື້ອງຕົ້ນແມ່ນໄດ້ຮັບການຕີລາຄາເປັນຢ່າງດີ”.
(ພາບປະກອບ: TTXVN)
      ການສັກທົດລອງວັກຊິນກັນພະຍາດໂຄວິດ - 19 ARCT – 154 ໄລຍະ 1 ໂດຍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ດຳເນີນໃນຕອນເຊົ້າວັນທີ 15 ສິງຫາ ດ້ວຍການເຂົ້າຮ່ວມຂອງຜູ້ອາສາສະໝັກ 100 ຄົນ ຢູ່ຮ່າໂນ້ຍ. ນີ້ແມ່ນວັກຊິນກັນພະຍາດໂຄວິດ - 19 ຊະນິດທີ 3 ຢູ່ ຫວຽດນາມ ທີ່ໄດ້ຮັບການອະນຸຍາດໃຫ້ດຳເນີນການສັກທົດລອງເບື້ອງຕົ້ນໃນຮ່າງກາຍຂອງຄົນ.  ນາງ ຫງວຽນທິແທັງຖາວ - ຜູ້ອາສາສະໝັກຢູ່ເມືອງ ດົ້ງດາ, ຮ່າໂນ້ຍ ແບ່ງປັນວ່າ:
            “ວັກຊິນແມ່ນເຄື່ອງມືເພື່ອປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນທີ່ສຸດໃນປັດຈຸບັນ. ນ້ອງມີຄວາມປາດຖະໜາວ່າ ຫວຽດນາມ ຈະມີຫຼາຍແຫຼ່ງວັກຊິນ ແລະ ມຸ່ງໄປເຖິງການສົ່ງອອກວັກຊິນ ສະນັ້ນ ນ້ອງຈຶ່ງເຂົ້າຮ່ວມການສັກທົດລອງຄັ້ງນີ້”.
            ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈິ່ນວັນຖ໊ວນ ແບ່ງປັນວ່າ:
            “ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ການຄົ້ນຄວ້າຈະສຳເລັດໂດຍໄວ ເພື່ອຊຸກຍູ້ການຜະລິດວັກຊິນພາຍໃນປະເທດ. ເຕັກໂນໂລຢີຂອງວັກຊິນຊະນິດນີ້ ແມ່ນນຳໃຊ້ເຕັກໂນໂລຢີ mRNA ຂອງ Arcturus. ນີ້ແມ່ນເຕັກໂນໂລຢີທີ່ມີລະດັບເທົ່າທຽມກັບວັກຊິນ Pfizer, Moderna ທີ່ໄດ້ຮັບການອະນຸມັດຜ່ານແລ້ວ. ພວກຂ້າພະເຈົ້າຈະມານະພະຍາຍາມຮອດທ້າຍປີນີ້ ຈະປະຕິບັດສຳເລັດການສັກທົດລອງທັງ 3 ໄລຍະ, ກະກຽມໂຮງຈັກໂຮງງານຜະລິດວັກຊິນຢູ່ເຂດເຕັກໂນໂລຢີ ຮວ່າລາກ ໂດຍໄວ. ວັກຊິນດັ່ງກ່າວ ກໍໄດ້ຜັນຂະຫຍາຍການສັກທົດລອງໄລຍະ 1 ແລະ ໄລຍະ 2 ຢູ່ ອາເມລິກາ ແລະ ສິງກະໂປ, ໃນເບື້ອງຕົ້ນແມ່ນໄດ້ຮັບການຕີລາຄາເປັນຢ່າງດີ”.
            ສັກທົດລອງວັກຊິນກັນພະຍາດໂຄວິດ - 19 ARCT – 154 ໂດຍບໍລິສັດ CP ເຕັກໂນໂລຢີຊີວະສາດ VinBioCare ຂຶ້ນກັບກຸ່ມບໍລິສັດ VinGroup ເຈລະຈາເພື່ອຖ່າຍທອດເຕັກໂນໂລຢີ ຈາກບໍລິສັດ Arcturus Theraoeutics, Inc, ອາເມລິກາ. ຢູ່ ຫວຽດນາມ, ການຄົ້ນຄວ້າພັດທະນາວັກຊິນ ARCT – 154 ຈະໄດ້ຮັບການປະຕິບັດຢູ່ທັງ 3 ໄລຍະ ໃນຮ່າງກາຍຂອງຜູ້ອາສາສະໝັກທີ່ມີອາຍຸແຕ່ 18 ປີຂຶ້ນໄປ.
            ກໍ່ກ່ຽວຂ້ອງເຖິງວັກຊິນກັນພະຍາດໂຄວິດ - 19, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 90 ວ່າດ້ວຍການຊື້ວັກຊິນກັນພະຍາດໂຄວິດ - 19 Pfizer ຈຳນວນເກືອບ 20 ລ້ານໂດສ.
(ແຫຼ່ງຄັດຈາກ VOV)

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Lula da Silva ເປີດ​​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ - ບ​ຣາ​ຊິນ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 27 – 29 ມີນາຂອງທ່ານປະທານາທິບໍດີ ບຣທ່ານາຊິນ Lula da Silva ຈະເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ບຣາຊິນ.

Top