ຕອນເຊົ້າວັນທີ 19 ຕຸລາ, ຢູ່ແຂວງ ດ້ຽນບຽນ, ກອງປະຊຸມສົ່ງເສີມການລົງທຶນສາກົນ ປີ 2026 ລະຫວ່າງແຂວງ ດ້ຽນບຽນ (ຫວຽດນາມ), ແຂວງ ຢຸນໜານ (ຈີນ) ແລະ ແຂວງຫຼວງພະບາງ (ລາວ) ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ດ້ຽນບຽນ - ປະຕູແລກປ່ຽນການຄ້າ, ເຕົ້າໂຮມໂອກາດລົງທຶນ”. ກອງປະຊຸມໄດ້ດຶງດູດຜູ້ແທນຫຼາຍກວ່າ 900 ຄົນຈາກສາມປະເທດ. ສານທີ່ໄດ້ຍົກອອກໃນກອງປະຊຸມແມ່ນ “ດ້ຽນບຽນ - ຢຸນໜານ - ຫຼວງພະບາງ: ການເຊື່ອມຕໍ່ທ້ອງຖິ່ນ - ສ້າງສັນຄວາມວັດທະນາຖາວອນ”.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນມິງວູ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ແບ່ງປັນວ່າ:
"ພວກຂ້າພະເຈົ້າຫວັງວ່າ ບັນດາອົງການ ແລະ ທ້ອງຖິ່ນຂອງຈີນ ແລະ ລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ; ຫວັງວ່າ ປະຊາຄົມວິສາຫະກິດຈະເປັນເຈົ້າການສະເໜີແນວຄິດ, ຊອກຫາຄູ່ຮ່ວມມື ແລະ ຜັນຂະຫຍາຍບັນດາໂຄງການທີ່ແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ດ້ວຍພື້ນຖານມິດຕະພາບລະຫວ່າງສາມປະເທດ ແລະ ຄວາມຕັດສິນໃຈຂອງສາມທ້ອງຖິ່ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະຮ່ວມມືກັນເພື່ອສ້າງໂອກາດການພັດທະນາໃໝ່ໃຫ້ແກ່ເຂດຊາຍແດນ".
ທີ່ກອງປະຊຸມ, ແຂວງ ດ້ຽນບຽນ ໄດ້ມອບຂໍ້ຕົກລົງອະນຸມັດການລົງທຶນ 20 ສະບັບ, ດ້ວຍເງິນທຶນທັງໝົດເກືອບ 7.500 ຕື້ດົ່ງ (ປະມານ 287 ລ້ານ USD); ແລະ ມອບບົດບັນທຶກຊ່ວຍຈຳການຮ່ວມມືລົງທຶນ 6 ສະບັບ, ດ້ວຍຄຳໝັ້ນສັນຍາລົງທຶນທັງໝົດ ກວ່າ 12.000 ຕື້ດົ່ງ (460 ລ້ານ USD)... ສິ່ງທີ່ໜ້າສົນໃຈແມ່ນ, ລາຍການທ່ອງທ່ຽວຂ້າມຊາຍແດນ ຢຸນໜານ – ດ້ຽນບຽນ – ລາວ – ໄທ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ.






