• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າ​ນັ້ງ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ຮອບ​ຊີງ​ຊະ​ນະ​ເລີດ​ນາງ​ງາມ​ມໍ​ລະ​ດົກ​ທົ່ວ​ໂລກ 2026

ປີ 2026 ສ້າງ​ຂີດ​ໝາຍ ຫວຽດ​ນາມ ​ເປັນ​ຄັ້ງ​ທຳ​ອິດ, ກໍ່​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ອາ​ຊີ​ເປັນ​ເຈົ້າ​ພາບ​ຈັດ​ງານ​ປະ​ກວດ​ນາງ​ງາມ​ມໍ​ລະ​ດົກ​ທົ່ວ​ໂລກ.
ຄະ​ນະ​ຈັດ​ຕັ້ງປະ​ກາດ ມົງ​ກຸດ​ນາງ​ງາມ​ຢ່າງ​ເປັນ​ທາງ​ການ ຂອງ​ງານ​ປະ​ກວດ (ພາບ: VNA)
ຕອນ​ບ່າຍ​ວັນ​ທີ 3 ສິງ​ຫາ, ຄະ​ນະ​ຈັດ​ຕັ້ງ​ງານ​ປະ​ກວດ​ນາງ​ງາມ​ມໍ​ລະ​ດົກ​ໂລກ 2026 (Miss Heritage Global - Edition 7))ປະ​ກາດ ມົງ​ກຸດ​ນາງ​ງາມ​ຢ່າງ​ເປັນ​ທາງ​ການ ແລະ ຂໍ້​ມູນ​ກ່ຽວ​ກັບ​ວິ​ວັດ ​ຂອງ​​ການປະ​ກວດ​ຢູ່ ຫວຽດ​ນາມ. ດ້ວຍ​ຫົວ​ຂໍ້ “The World's Heritage – Our Beauty” (ມໍລະ​ດົກ​ຂອງ​ໂລກ - ຄວາມ​ງາມ​ຂອງ​ພວກ​ເພື່ອນ), ງານ​ປະ​ກວດ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 2 – 8 ​ຕຸ​ລາ, ຢູ່​ນະ​ຄອນ​ເຫ້ວ ແລະ ນະ​ຄອນ​ດ່າ​ນັ້ງ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາງ​ງາມ​ທີ່​ມາ​ຈາກກວ່າ 40 ປະ​ເທດ ແລະ ເຂດ​ແຄ້ວນ​ຄື: ຍີ່​ປຸ່ນ, ເຢຍ​ລະ​ມັນ, ລັດ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ເມັກ​ຊີ​ໂກ… ຕາມ​ແຜນ​ການ, ຮອບ​ຊີງ​ຊະ​ນະ​ເລີດ​ຈະ​ດຳ​ເນີນ​ໃນ​ວັນ​ທີ 7 ຕຸ​ລາ ຢູ່​ນະ​ຄອນ​ດ່າ​ນັ້ງ. ປີ 2026 ສ້າງ​ຂີດ​ໝາຍ ຫວຽດ​ນາມ ​ເປັນ​ຄັ້ງ​ທຳ​ອິດ, ກໍ່​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ອາ​ຊີ​ເປັນ​ເຈົ້າ​ພາບ​ຈັດ​ງານ​ປະ​ກວດ​ນາງ​ງາມ​ມໍ​ລະ​ດົກ​ທົ່ວ​ໂລກ. ນີ້​ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ແມ່ນ​ໂອ​ກາດ​ເຜີຍ​ແຜ່​ໂຄ​ສະ​ນາ ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ, ພ້ອມ​ທັງ​ຢັ້ງ​ຢືນ​ຄວາມ​ສາ​ມາດ​ໃນ​ການ​ຈັດ​ບັນ​ດາ​ເຫດ​ການ​ສາ​ກົນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຫັນອິດທິພົນຊື່ສຽງການຕ່າງປະເທດໃຫ້ກາຍເປັນແຫຼ່ງກຳລັງພັດທະນາ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຫັນອິດທິພົນຊື່ສຽງການຕ່າງປະເທດໃຫ້ກາຍເປັນແຫຼ່ງກຳລັງພັດທະນາ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ຂະແໜງການທູດຕ້ອງປ່ຽນແປງໃໝ່ຈິນຕະນາການ, ແບບວິທີຢ່າງແທ້ຈິງ, ມຸ່ງໄປເຖິງໝາກຜົນ ແລະ ຜະລິດຕະພັນສຸດທ້າຍ.

Top