• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າ​ນັ້ງຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ​ຢ່າງ​ສົມ​ກຽດ

ຕອນເຊົ້າວັນທີ 31 ສິງຫາ, ນະຄອນດ່ານັ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວຢ່າງສົມກຽດ.
  ທ່ານ ຫງວຽນວັນກ໋ວາງ, ເລຂາພັກນະຄອນດ່ານັ້ງ ກ່າວຄຳເຫັນທີ່ພິທີ (ພາບ: VOV)  

ທີ່ພິທີ, ທ່ານ ຫງວຽນວັນກ໋ວາງ, ເລຂາພັກນະຄອນດ່ານັ້ງ ໃຫ້ຮູ້ວ່າ ໃນໄລຍະແຕ່ປີ 2018 – 2022, ທາງນະຄອນດ່ານັ້ງ ໄດ້ສະຫງວນເງິນຈຳນວນເກືອບ 116 ຕື້ ດ່ົງ ເພື່ອໜູນຊ່ວຍ 5 ແຂວງທາງພາກກາງ ແລະ ພາກໃຕ້ຂອງລາວ, ນັ້ນແມ່ນ ແຂວງອັດຕະປື, ຈຳປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຜັນຂະຫຍາຍຫຼາຍໂຄງການຮ່ວມມືຄື: ການກໍ່ສ້າງໂຮງຮຽນ, ສູນສອນພາສາຫວຽດ ແລະ ຈັດສົ່ງຄູສອນໄປສອນພາສາຫວຽດ, ໃຫ້ທຶນການສຶກສາແກ່ນັກສຶກສາລາວ ມາຮ່ຳຮຽນຢູ່ນະຄອນ, ຮັບເອົາພະນັກງານ, ຂະແໜງການ, ພະແນກການຂອງລາວ ມາຝຶກງານ ແລະ ຖອດຖອນບົດຮຽນປະສົບການ; ຄົ້ນຄ້ວາ, ໜູນຊ່ວຍວຽກງານວາງແຜນກຳນົດພັດທະນາເສດຖະກິດ - ສັງຄົມຢູ່ 5 ແຂວງດັ່ງກ່າວ. ທ່ານ ຫງວຽນວັນກ໋ວາງ ຢັ້ງຢືນວ່າ:

ໃນສະພາບການປັດຈຸບັນ, ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍ ສຳລັບສອງປະເທດ, ການພົວພັນມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງພວກເຮົາ ຍິ່ງຕ້ອງໄດ້ຈັດວາງໄວ້ຢູ່ແຖວໜ້າ. ນະຄອນດ່ານັ້ງຍາມໃດກໍ່ເອົາໃຈໃສ່ ແລະ ສະຫງວນບຸລິມະສິດສູງທີ່ສຸດໃຫ້ແກ່ການພັດທະນາການພົວພັນກັບປະເທດ ສປປ.ລາວ ເວົ້າລວມ, ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ

ກ່ວນຄຳເຫັນທີ່ພິທີ, ທ່ານ ສຸພັນ ຮາດາວເຮືອງ, ຫົວໜ້າກົງສູນໃຫຍ່ ສປປ.ລາວ ປະຈຳນະຄອນດ່ານັ້ງ, ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຂອງນະຄອນດ່ານັ້ງ ທີ່ມີຕໍ່ 5 ແຂວງດັ່ງກ່າວໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ແລະ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.  

(ແຫຼ່ງຄັດຈາກ VOV)

ສະ​ໂລ​ວາ​ກີ ແລະ ຮຸງ​ກາ​ຣີ ຢຶດ​ໝັ້ນ​ຄັດ​ຄ້ານການ​ລົງ​ໂທດ​ໃໝ່​ຂອງ EU ເລັ່ງ​ໃສ່​ລັ​ດ​ເຊຍ

ສະ​ໂລ​ວາ​ກີ ແລະ ຮຸງ​ກາ​ຣີ ຢຶດ​ໝັ້ນ​ຄັດ​ຄ້ານການ​ລົງ​ໂທດ​ໃໝ່​ຂອງ EU ເລັ່ງ​ໃສ່​ລັ​ດ​ເຊຍ

ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ປະກາດວ່າປະເທດນີ້ຈະຮຽກຮ້ອງໂຈະການປ່ອນບັດກ່ຽວກັບການລົງໂທດທີ 18 ຂອງ EU ເລັ່ງໃສ່ ລັດເຊຍຢູ່ກອງປະຊຸມມຄັ້ງຕໍ່ໄປຂອງບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບເອີລົບ (EU).

Top