ດ່ານັງ ກຳນົດວ່າ ການພັດທະນາເຮືອນຢູ່ສັງຄົມແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນຍຸດທະສາດພັດທະນາຕົວເມືອງໄລຍະໃໝ່. ຕໍ່ໜ້າຄວາມກົດດັນກ່ຽວກັບຈຳນວນປະຊາກອນທີ່ເພິ່ມຂຶ້ນໄວ, ຄວາມຕ້ອງການດ້ານເຮືອນຢູ່ຂອງກຳມະກອນ, ຜູ້ອອກແຮງງານ ແລະ ພະນັກງານ, ລັດຖະກອນໜຸ່ມນັບມື້ນັບຫຼາຍນັ້ນ, ທາງນະຄອນໄດ້ເປັນເຈົ້າການສະຫງວນແຫຼ່ງທີ່ດິນ, ແຫຼ່ງກຳລັງ ແລະ ກົນໄກພິເສດເພື່ອຊຸກຍູ້ຂົງເຂດນີ້.
ສຳລັບ ປຊຊ, ນັ້ນແມ່ນຄວາມເບີກບານມ່ວນຊື່ນເມື່ອມີເຮືອນຢູ່ທີ່ຖາວອນ. ທ້າຍເດືອນມັງກອນທີ່ຜ່ານມາ, ທ່ານ ເລມິນຕວັນ ແມ່ນໜຶ່ງໃນຈຳນວນຜູ້ມີຄຸນງາມຄວາມດີຂອງນະຄອນ ດ່ານັງ 92 ຄົນທີ່ໄດ້ຈັດໃຫ້ມາຢູ່ຕຶກອາຄານເຮືອນຢູ່ສັງຄົມ, ທ່ານ ຕວັນ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ:
ໃຜໆກໍ່ມີຄວາມພາກພູມໃຈຍ້ອນມີເຮືອນຫຼັງໃໝ່. ຄອບຄົວຂ້າພະເຈົ້າຂໍຂອບອົກຂອບໃຈການນຳນະຄອນ ແລະ ກໍ່ຫວັງວ່າ ທາງນະຄອນຈະມີຫຼາຍການເຄື່ອນໄຫວຄືແນວນີ້ເພື່ອຊ່ວຍບັນດາຄອບຄົວທີ່ຍັງມີຄວາມຫຍຸ້ງຍາກດ້ານເຮືອນຢູ່ຕື່ມອີກ.
ປະຈຸບັນ, ນະຄອນ ດ່ານັງ ແມ່ນທ້ອງຖິ່ນທີ່ມີຈຳນວນເຮືອນຢູ່ສັງຄົມຈາກທຶນງົບປະມານສູງກວ່າໝູ່ໃນທົ່ວປະເທດ. ໄລຍະ 2005-2024, ນະຄອນ ດ່ານັງ ໄດ້ກໍ່ສ້າງເຮືອນຢູ່ສັງຄົມ 18.500 ຫ້ອງ/ຫຼັງ. ບັນດາເຂດເຮືອນຢູ່ສັງຄົມໄດ້ຮັບການກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ມໍ່ກັບເຂດອຸດສາຫະກຳ, ໂຮງຮຽນ, ໂຮງໝໍ ແລະ ຄົມມະນາຄົມສາທາລະນະ. ເອື້ອຍ ຮວິ່ງທິເລະ, ກຳມະກອນເຂດອຸດສາຫະກຳ ຮວ່າເກິ່ມ, ນະຄອນ ດ່ານັງ ແບ່ງປັນວ່າ:
ຢູ່ນີ້ມີຄວາມສະດວກສະບາຍທີ່ສຸດ, ມີເຂດລະຫຼີ້ນ, ຫໍວັດທະນະທຳ, ມີໂທລະທັດ, ຄອມພິວເຕີໃຫ້ເດັກນ້ອຍເບິ່ງ. ພິເສດແມ່ນມີທັງຫໍສະໝຸດເພື່ອໃຫ້ຜູ້ໃຫ່ຍກໍ່ຄືເດັກນ້ອຍມາອ່ານ.
ໂດຍໄດ້ຜັນຂະຫຍາຍແຜນຮ່າງ “ລົງທຶນກໍ່ສ້າງເຮືອນຢູ່ສັງຄົມຢ່າງໜ້ອຍສຸດ 1 ລ້ານ ຫ້ອງ/ຫຼັງ ໃຫ້ແກ່ເປົ້າໝາຍມີລາຍຮັບຕ່ຳ, ກຳມະກອນເຂດອຸດສາຫະກຳ” ຂອງທ່ານນາຍົກລັດຖະມົນຕີ, ໃນໄລຍະ 2025-2030, ນະຄອນ ດ່ານັງ ວາງເປົ້າໝາຍກໍ່ສ້າງເຮືອນຢູ່ສັງຄົມໃໝ່ເກືອບ 29.000 ຫ້ອງ/ຫຼັງ. ທ່ານ ຫງວຽນຮ່ານາມ, ຫົວໜ້າພະແນກກໍ່ສ້າງນະຄອນ ດ່ານັງ ໃຫ້ຮູ້ວ່າ:
ພະແນກກໍ່ສ້າງນະຄອນໄດ້ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຍູ້ໄວລະດັບຄວາມຄຶບໜ້າບັນດາໂຄງການກໍ່ສ້າງເຮືອນຢູ່ສັງຄົມທີ່ໄດ້ມອບໃຫ້ເຈົ້າຂອງການລົງທຶນ, ສູ້ຊົນກໍ່ສ້າງສຳເລັດເຮືອນ 4900 ຫ້ອງ/ຫຼັງໃນປີ 2026, ສູ້ຊົນສຳເລັດເປົ້າໝາຍທີ່ລັດຖະບານມອບໝາຍໃຫ້ນະຄອນ. ນະຄອນຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວກອງທຶນເຮືອນຢູ່ອາໄສ ນະຄອນ ດ່ານັງ ໃຫ້ບັນລຸປະສິດທິຜົນ, ປະກອບສ່ວນຊຸກຍູ້ວຽກງານພັດທະນາເຮືອນຢູ່ສັງຄົມໃນບໍລິເວນນະຄອນ.
ປະຈຸບັນ, ດ່ານັງ ແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າທົ່ວປະເທດ ກ່ຽວກັບກອງທຶນເຮືອນຢູ່ສັງຄົມ ໂດຍລັດລົງທຶນ. ໃນໄລຍະຜ່ານມາ, ມີນັບໝື່ນໆຄອບຄົວໄດ້ມີເຮືອນຢູ່ຖາວອນ, ອຸ່ນອ່ຽນໃຈເຮັດວຽກ, ຕິດພັນຍາວນານກັບນະຄອນ. ສຳລັບກຳມະກອນຫຼາຍຄົນ, ເຮືອນຢູ່ສັງຄົມບໍ່ພຽງແຕ່ແມ່ນຊາຍຄາກັນແດດບັງຝົນເທົ່ານັ້ນ ຫາຍັງແມ່ນພື້ນຖານເພື່ອກໍ່ຮ່າງສ້າງຕົວ ແລະ ຫຼໍ່ລ້ຽງອະນາຄົດອີກດ້ວຍ.
ການໃຫ້ບຸລິມະສິດເຮືອນຢູ່ສັງຄົມຍັງສະແດງໃຫ້ເຫັນຈິນຕະນາການພັດທະນາວັດທະນະທຳມະນຸດ ແລະ ຍືນຍົງຂອງ ດ່ານັງ: ການເຕີບໂຕເສດຖະກິດ ໄປພ້ອມກັບການຮັບປະກັນຊີວິດສັງຄົມ. ດ້ວຍບັນດາກິດຈະກຳທີ່ພວມໄດ້ຮັບການກໍ່ສ້າງນັ້ນ, ດ່ານັງ ພວມຢາກສົ່ງສານທີ່ຈະແຈ້ງວ່າ: ການກໍ່ສ້າງນະຄອນທີ່ໜ້າຢູ່ ບໍ່ພຽງແຕ່ດ້ວຍບັນດາຕຶກອາຄານຫຼາຍຊັ້ນ, ຫຼືດັດຊະນີການເຕີບໂຕເທົ່ານັ້ນ ຫາກຍັງດ້ວຍການຮັບປະກັນວ່າ ປຊຊ ທຸກຄົນລ້ວນແຕ່ມີຈຸດຢືນຢ່າງໝັ້ນຄົງໃນວິວັດທະນາການແຫ່ງການພັດທະນາລວມອີກດ້ວຍ./.






