• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່ານັ້ງ ເປັນເຈົ້າພາບຈັດການແຂ່ງຂັນ Pickleball World Cup 2026

ນີ້ແມ່ນຄັ້ງທຳອິດທີ່ການແຂ່ງຂັນ Pickleball World Cup ໄດ້ຈັດຂຶ້ນຢູ່ ອາຊີ,
  ຄາດວ່າ, ງານແຂ່ງຂັນຈະຈັດຂຶ້ນແຕ່ວັນທີ 30 ສິງຫາ ຮອດວັນທີ 06 ກັນຍາ 2026 (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 24 ເມ​​ສາ, ຢູ່​ນະ​ຄອນ ດ່ານັ້ງ, ສະ​ຫະ​ພັນ Pickleball ນະ​ຄອນ ​ດ່ານັ້ງ ໄດ້​ສົມ​ທົບ​ກັບບໍ​ລິ​ສັດຮ່ວມ​ສຳ​ພັນ America & Asia ຈຳ​ກັດ (America & Asia Connect - AAC) ແລະ ບັນ​ດາ​ຫົວ​ໜ່ວຍ​ທີ່​ກ່ຽ​ວ​ຂ້ອງຈັດ​ພິ​ທີ​ປະ​ກາດ​ການ​ແຂ່ງ​ຂັນ Pickleball World Cup 2026.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ການ​ແຂ່ງ​ຂັນ Pickleball World Cup ໄດ້​ຈັດ​ຂຶ້ນ​ຢູ່ ອາ​ຊີ, ພ້ອມ​ກັນ​ນັ້ນ, ດ່ານັ້ງ ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​​ໃຫ້ເປັນ​ສະ​ຖານ​ທີ່​​ເປັນ​ເຈົ້າ​ພາບຈັດ​ການ​ແຂ່ງ​ຂັນ Pickleball World Cup ຄັ້ງ​ທີ 3. ເຫດ​ການ​ແມ່ນ​ຂີດ​ໝາຍ​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ການ​ເຊື່ອມ​ໂຍງ​ຂອງ​ກິ​ລາ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

ຄາດ​ວ່າ, ງານ​ແຂ່ງ​ຂັນ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 30 ສິງ​ຫາ ຮອດ​ວັນ​ທີ 06 ກັນ​ຍາ 2026, ເຊິ່ງ​ຈະດຶງ​ດູດ​ນັກ​ກິ​ລາກວ່າ 4.000 ຄົນ​ທີ່​ມາ​ຈາກກວ່າ 80 ປະ​ເທດ​ເຂົ້າ​ຮ່ວມ.

(ແຫຼ່ງຄັດຈາກ VOV)

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ

ວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ແມ່ນວັນໄຫວ້ບູຊາເຈົ້າຊີວິດ ຮຸ່ງ. ໂດຍເຈືອຈານເຂົ້າກັບບັນຍາກາດຂອງພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດໃນໂລກໄດ້ຈັດການເຄື່ອນໄຫວອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາດ.

Top