• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່ານັ້ງ - ສະຖານທີ່ດູດດື່ມ startup ນະວັດຕະກຳ

FiveSS, ແມ່ນໂປຼແກຼມການຄ້າເອກເລັກໂຕນິກ ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ອະນຸຍາດເຄືື່ອນໄຫວສະເພາະໃນຂົງເຂດກໍ່ສ້າງ ແລະ ບັນດາການບໍລິການກ່ຽວກັບເຮືອນຢູ່

ຫວຽດນາມ ໄດ້ກຳນົດວ່າ ນະຄອນ ດ່ານັ້ງ ແມ່ນໃຈກາງ, ແກ່ນສານ startup ນະວັດຕະກຳເຂດພາກກາງ ຫວຽດນາມ. ທາງນະຄອນພວມມານະພະຍາຍາມກໍ່ສ້າງ ແລະ ມີຫຼາຍນະໂຍບາຍໜູນຊ່ວຍວິສາຫະກິດນະວັດຕະກຳ.

        FiveSS, ແມ່ນໂປຼແກຼມການຄ້າເອກເລັກໂຕນິກ ໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ອະນຸຍາດເຄືື່ອນໄຫວສະເພາະໃນຂົງເຂດກໍ່ສ້າງ ແລະ ບັນດາການບໍລິການກ່ຽວກັບເຮືອນຢູ່, ນີ້ແມ່ນໂຄງການໄດ້ຮັບລາງວັນທີ 3 ທີ່ການແຂ່ງຂັນ startup ນະວັດຕະກຳ ດ່ານັ້ງ (SURF 2023). ຍ້ອນຄວາມເມົາມົວ ແລະ ຄວາມຄາດຫວັງຫັນຂະແໜງກໍ່ສ້າງເປັນດີຈີຕອນ, ທ່ານ ໂດ້ກຸຍຊື້ ພ້ອມກັບເພື່ອນຮ່ວມງານໄດ້ສ້າງຕັ້ງໂປຼແກຼມການຄ້າເອເລັກໂຕນິກ 5 ດາວ FiveSS. ໂປຼແກຼມນີ້ໄດ້ເຊື່ອມຕໍ່ຜູ້ສະໜອງກັບຜູ້ມີຄວາມຕ້ອງການນຳໃຊ້ບັນດາຜະລິດຕະພັນ ແລະ ການບໍລິການກໍ່ສ້າງ. ທ່ານ ໂດ້ກຸຍຊື້ ຖືວ່າ, ເພື່ອບັນລຸໄດ້ໝາກຜົນຄືໃນປະຈຸບັນ, ວິສາຫະກິດຂອງທ່ານ ກໍ່ໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການ, ອົງໜ່ວຍໃນການ startup.

“ນະຄອນ ດ່ານັ້ງ ໄດ້ໜູນຊ່ວຍບັນດາຫົວໜ່ວຍ startup ໃຫ້ມີເງື່ອນໄຂອຳນວຍສະດວກໃນການໂຄສະນາ ຫຼື ໜູນຊ່ວຍແຫຼ່ງທຶນ startup. ພິເສດ, ທາງນະຄອນຕ້ອງເອົາໃຈໃສ່ເຖິງບັນດາໂຄງການທີ່ໄດ້ນຳມາເຊິ່ງລັກສະນະແທດຈິງໃຫ້ແກ່ສັງຄົມ, ປະຊາຊົນ ແລະ ມີກົນໄກຊ່ວຍໃຫ້ບັນດາໂຄງການໄດ້ຫັນເປັນການຄ້າ”.

ໃນຂະນະນັ້ນ, ໃນເວລາ 7 ປີທີ່ໄດ້ສ້າງຕັ້ງ ແລະ ພັດທະນາ, ບໍລິສັດຫຸ້ນສ່ວນ EM&AI, startup ຄົ້ນຄວ້າພັດທະນາປັນຍາປະດິດ (AI), ສະໜອງບັນດາໂປຼແກຼມພະນັກງານປະຈຳຮັບສາຍໂທລະສັບ ແລະ ພະນັກງານ AI Chatbot ໜູນຊ່ວຍຕອບຄຳຖາມຂອງລູກຄ້າແບບອັດຕະໂນມັດ. ປະຈຸບັນ, ສະຖານກົນສູນ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ຫຼາຍຫົວໜ່ວຍ, ວິສາຫະກິດ… ໄດ້ນຳໃຊ້ຜະລິດຕະພັນຂອງ EM&AI. ທ່ານ ເລງອັກຈີ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດຫຸ້ນສ່ວນ EM&AI, ຖືວ່າ:

“ນະຄອນພຽງແຕ່ຕ້ອງສ້າງໜ່ວຍວິຊາສະເພາະ, ຍົກອອກບັນດາໃບສັ່ງຊື້ສິນຄ້າຢ່າງຈະແຈ້ງ, ລະອຽດໃຫ້ແກ່ບັນດາ startup. ຖ້າເຮັດໄດ້ຄືແນວນັ້ນ, ກໍ່ຈະກະຕຸກຊຸກຍູ້ບັນດາບໍລິສັດອື່ນກ້າຜັນຂະຫຍາຍຕື່ມອີກ. ນີ້ແມ່ນບັນຫາແທດຈິງທີ່ສຸດ”.

        ນັບແຕ່ປີ 2016 ມາຮອດປະຈຸບັນ, ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍລະບົບ startup ຫຼາຍຢ່າງ. ພິເສດແມ່ນເລື່ອງເປີດກວ້າງ

(ບໍລິສັດຫຸ້ນສ່ວນ EM&AI, startup ຄົ້ນຄວ້າພັດທະນາປັນຍາປະດິດ)

ແລວນິຕິກຳ, ຊອກຫາແຫຼ່ງກຳລັງລົງທຶນ, ໜູນຊ່ວຍບັນດາວິສາຫະກິດ, ບຸກຄົນທີ່ startup. ຕາມທ່ານນາງ ເລທິຖຸກ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນ ດ່ານັ້ງ ແລ້ວ, ເລື່ອງສ້າງບັນດານະໂຍບາຍຢ່າງຄົບຊຸດ ແມ່ນເພື່ອສ້າງແລວນິຕິກຳຊຸກຍູ້ການພັດທະນາບັນດາປັດໄຈໃນລະບົບນິເວດ startup ນະວັດຕະກຳຂອງນະຄອນ:

“ນະຄອນ ດ່ານັ້ງ ສືບຕໍ່ສຸມໃສ່ສ້າງລະບອບລະບຽບການ, ສ້າງສະພາບແວດລ້ອມທີ່ສະດວກທີ່ສຸດແກ່ວິສາຫະກິດ startup ນະວັດຕະກຳ. ປະຈຸບັນ, ທາງນະຄອນພວມຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບນະໂຍບາຍພິເສດສະເພາະໃຫ້ແກ່ນະຄອນ, ໃນນັ້ນ, ມີນະໂຍບາຍ startup ນະວັດຕະກຳ. ຕົວຢ່າງຄື: ນະໂຍບາຍທົດລອງມາດຕະການເຕັກໂນໂລຊີໃໝ່; ນະໂຍບາຍໜູນຊ່ວຍວິສາຫະກິດ startup ນະວັດຕະກຳທີ່ເຂັ້ມແຂງກວ່າ; ນະໂຍບາຍກ່ຽວກັບການນຳໃຊ້ຊັບສິນ, ໂຄງຮ່າງໂຄງລ່າງວິທະຍາສາດເຕັກໂນໂລຊີ ເພື່ອຮັບໃຊ້ການ startup ນະວັດຕະກຳ”.

ປີນີ້, ສູນໜູນຊ່ວຍ startup ນະວັດຕະກຳ ນະຄອນ ດ່ານັ້ງ ໄດ້ໜູນຊ່ວຍບັນດາໂຄງການ startup ສຳຜັດກັບບັນດານັກຊ່ຽວຊານ, ນັກລົງທຶນ, ກອງທຶນລົງທຶນ ແລະ ບັນດາວິສາຫະກິດ. ທ່ານ ຫງວຽນວຽດຕ່ວານ, ຫົວໜ້າສູນໜູນຊ່ວຍການ startup ວັດຕະກຳ ດ່ານັ້ງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າພວມຜັນຂະຫຍາຍແຜນການແນະນຳຜະລິດຕະພັນ startup ຂອງນະຄອນທັງໝົດກັບບັນດາກອງທຶນລົງທຶນສາກົນ. ຈັດບັນດາວັນບຸນ, workshop ນ້ອຍ ເພື່ອໃຫ້ບັນດາກອງທຶນລົງທຶນສາມາດແລກປ່ຽນໂດຍກົງກັບບັນດາເຈົ້າຂອງໂຄງການ startup. ທຸກສິ່ງທຸກຢ່າງແມ່ນມຸ່ງໄປເຖິງເປົ້າໝາຍຊ່ວຍໃຫ້ພວກເພື່ອນທີ່ startup ສາມາດສຳຜັດກັບແຫຼ່ງທຶນໄດ້, ແບ່ງປັນບົດຮຽນ startup, ແນວຄິດຂອງຕົນໃຫ້ແກ່ບັນດາກອງທຶນລົງທຶນ”.

ປະຈຸບັນ, ດ່ານັ້ງ ມີສູນໜູນຊ່ວຍການ startup ນະວັດຕະກຳ 1 ແຫ່ງ, ສູນ startup 2 ແຫ່ງ ຂຶ້ນກັບບັນດາມະຫາວິທະຍາໄລ, ກອງທຶນລົງທຶນ startup, ບັນດາສະໂມສອນ startup ຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ… ທາງນະຄອນໄດ້ ແລະ ພວມກາຍເປັນສະຖານທີ່ startup ທີ່ດູດດື່ມໃຈໃຫ້ແກ່ຫຼາຍວິສາຫະກິດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top