• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັດປັບ, ເປີດກ້ວາງຕາໜ່າງສະໜອງນ້ຳໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

      ຕອນບ່າຍວັນທີ 5 ມີນາ, ຄະນະປະຕິບັດງານຂອງ ທະນາຄານໂລກ (WB) ໂດຍທ່ານ David Lord, ຫົວໜ້າໂຄງການ ສະເໜີ ການສະໜອງນ້ຳໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມຢ່າງປອດໄພເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ອານຢາງ ກ່ຽວກັບການດັດປັບ ແລະ ເປີດກ້ວາງຕາໜ່າງສະໜອງນ້ຳລະດັບເຂດຂອງແຂວງ ອານຢາງ.

ມອບອ່າງເກັບນ້ຳ ແລະ ສະໜອງນ້ຳຈືດໃຫ້ແກ່ປະຊາຊົນເຂດໄພແຫ້ງແລ້ງ ແລະ ນ້ຳທະເລຊຶມ ຢູ່ແຂວງເບັ໊ນແຈ (ພາບ: TTXVN) 
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນແທັງບີ່ງ, ປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ເຫັນດີເປັນເອກະພາບ ຕໍ່ເວລາຜັນຂະຫຍາຍໂຄງການ ແລະ ຄະນະກຳມະການປະຊາຊົນແຂວງໄດ້ມອບໝາຍໃຫ້ພະແນກແຜນການ ແລະ ການລົງທຶນ ເປັນອົງການກະກຽມໂຄງການ, ປະຕິບັດສຳເລັດບັນດາລະບຽບການ ເພື່ອຮອດຕົ້ນເດືອນກັນຍາ 2020 ໃຫ້ໄດ້ຍື່ນສະເໜີຕໍ່ ທ່ານນາຍົກລັດຖະມົນຕີໃຫ້ອະນຸມັດຜ່ານຂໍ້ສະເໜີໂຄງການ.
            ທ່ານ David Lord, ໄດ້ສະເໜີໃຫ້ ແຂວງອານຢາງສົ່ງຄວາມຮຽກຮ້ອງຕ້ອງການຈົດທະບຽນລົງທຶນໂຄງການ ໃຫ້ແກ່ WB ແລະ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນໂດຍໄວເພື່ອນຳໂຄງການດັ່ງກ່າວເຂົ້າໃນແຜນການລົງທຶນພາກລັດໄລຍະກາງ 2021 – 2025.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top