• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັກ​ຫຼັກ ແກ້​ໄຂ​ກໍ​ລະ​ນີ​ລະ​ເມີດ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳຢ່າງ​ເຂັ້ມ​ງວດ, ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັດ​ເຫຼືອງ IUU

ຕາມແຜນການແລ້ວ, ໃນລະຫວ່າງວັນທີ 09 – 19 ມີນາ, ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຈະກວດກາວຽກງານປະຕິບັດການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຢູ່ ຫວຽດນາມ. ຢູ່ແຂວງ ດັກຫຼັກ, ບັນດາກຳລັງເຈົ້າໜ້າທີ່ພວມສຸມໃສ່ຮັດແໜ້ນການຄຸ້ມຄອງເຮືອຫາປາ ແລະ ແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ ເພື່ອແນໃສ່ພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” ຂອງ EC ໂດຍໄວ.
  ກຳລັງທະຫານປ້ອງກັນຊາຍແດນ ຕຸຍຮວ່າ ກວດກາອຸປະກອນຕິດຕາມການເຄື່ອນໄຫວ  

ຕິດຕັ້ງອຸປະກອນຕິດຕາມການເຄື່ອນໄຫວ (VMS) ຖືກຕ້ອງຕາມຂໍ້ກຳນົດ ແລະ ຄວບຄຸມການເຄື່ອນໄຫວເຂົ້າ - ອອກຈາກທ່າຂອງບັນດາເຮືອຫາປາເຫຼົ່ານັ້ນ. ໃນໄລຍະຈະມາເຖິງ, ທາງແຂວງ ດັກລັກ ກຳນົດວ່າ ຈະສືບຕໍ່ແກ້ໄຂບັນດາການກະທຳລະເມີດ IUU ຢ່າງເຂັ້ມງວດ. ທ່ານ ພັນເອກ ຫວໍຢຸຍຕວັນ, ຮອງຜູ້ອຳນວຍການ, ຫົວໜ້າອົງການຕຳຫຼວດສືບສວນ ກອງຕຳຫຼວດແຂວງ ດັກຫຼັກ ໃຫ້ຮູ້ວ່າ:  

  ທ່ານ ພັນເອກ ຫວໍຢຸຍຕວັນ, ຮອງຜູ້ອຳນວຍການ, ຫົວໜ້າອົງການຕຳຫຼວດສືບສວນ ກອງຕຳຫຼວດແຂວງ ດັກຫຼັກ   

  “ຕຳຫຼວດແຂວງ ໄດ້ຊີ້ນຳຕຳຫຼວດ 12 ຕາແສງແຄມທະເລ ສົມທົບກັບທະຫານປ້ອງກັນຊາຍແດນ ແລະ ບັນດາກຳລັງເພື່ອກວດກາ, ຄວບຄຸມ, ແກ້ໄຂຕ້ານການຂຸດຄົ້ນ IUU ແບບຜິດກົດໝາຍ, ພິເສດ ສືບຕໍ່ຄຸ້ມຄອງບັນດາເຮືອຫາປາທີ່ເຄື່ອນໄຫວຢູ່ໄກຝັ່ງໃຫ້ຖືກຕ້ອງຕາມກົດໝາຍ ເພື່ອແກ້ໄຂບັດເຫຼືອງ IUU ໃນໄລຍະຈະມາເຖິງ.”

(ແຫຼ່ງຄັດຈາກ VOV)

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີການ​ຕ້ອນ​ຮັບ ​ທ່ານ Jigjee Sereejav ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ ປະຈຳ ຫວຽດນາມ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ວາ​ລະ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

Top