ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ເຮັດແຈ້ງບັນດາຄວາມຮຽກຮ້ອງ, ມ
າດຕະຖານ ແລະ ຂໍ້ກຳນົດຂອງຕະຫຼາດຢູ່ພາຍໃນປະເທດ ແລະ ສາກົນ ຕໍ່ກັບຂະແໜງສິນຄ້າຖົ່ວລຽນ; ສະເໜີມາດຕະການເພື່ອຍົກສູງຄຸນນະພາບ, ມູນຄ່າເພີ່ມ ແລະ ປະສິດທິຜົນດ້ານເສດຖະກິດຂອງຂະແໜງສິນຄ້າໝາກຖົ່ວລຽນ. ທ່ານ ວໍວັນເຮືອງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແສດລ້ອມ ຫວຽດນາມ, ຖືວ່າ:
“ຂ້າພະເຈົ້າສະເໜີດ້ວຍຈິດໃຈແມ່ນໜູນຊ່ວຍປະຊາຊົນ, ວິສາຫະກິດ ແລະ ອົງການຈັດຕັ້ງ. ໃນນັ້ນ, ຫຼຸດຜ່ອນການກວດກາກ່ອນ ແລະ ເພີ່ມການກວດກາຕາມຫຼັງ, ເພີ່ມທະວີວຽກງານຄຸ້ມຄອງ ແລະ ມີການກວດຊອກຫາໄດ້ຕົ້ນກຳເນີດ ເພື່ອນຳມາເຊິ່ງປະສິດທິຜົນ, ມີຄຸນນະພາບ, ສົ່ງອອກຕະຫຼາດ ຕອບສະໜອງບັນດາຄວາມຮຽກຮ້ອງໃນໄລຍະຈະມາເຖິງ.”
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບ-ຮັບເອກະສານບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື, ລົງທຶນ, ພັດທະນາລະບົບມູນຄ່າຂະແໜງສິນຄ້າໝາກຖົ່ວລຽນແບບຍືນຍົງແຂວງ ດັກລັກ 9 ສະບັບ, ດ້ວຍຍອດມູນຄ່າປະມານ 344 ລ້ານ USD.






