
ຊາວໜຸ່ມ ຫວຽດນາມ 20 ຄົນທີ່ດີເດັ່ນ ແລະ ມີແງ່ຫວັງ
ສ່ວນບຸກຄົນໄດ້ຮັບລາງວັນຊາວໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2019 ລ້ວນແຕ່ແມ່ນບັນດາຊາວໜຸ່ມທີ່ມີຄວາມມານະພະຍາຍາມ ແລະ ມີຄວາມມຸ່ງມາດປາດຖະໜາກພິຊິດຍອດສູງໃນ 9 ຂົງເຂດ, ໃນນັ້ນມີ ກີລາ, ວັດທະນະທຳສິລະປະ, ຮ່ຳຮຽນ…
ແລະກໍ່ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມໄດ້ຍ້ອງຍໍຊົມເຊີຍຊາວໜຸ່ມຫວຽດນາມ 10 ຄົນທີ່ມີແງ່ຫວັງໃນປີ 2019.
ພາຍຫຼັງພິທີມອບລາງວັນ, ຊາວໜຸ່ມຫວຽດນາມ 20 ຄົນທີ່ດີເດັ່ນ ແລະ ມີແງ່ຫວັງໃນປີ 2019 ໄດ້ຫັກເງິນ 200 ລ້ານດົ່ງ (ປະທານ 8,4 ພັນ USD) ຈາກເງິນລາງວັນເພື່ອສະໜັບສະໜູນໃຫ້ແກ່ບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ໄພແຫ້ງແລ້ງ, ນ້ຳທະເລຊຶມ, ດ້ວຍຄວາມປາດຖະໜາກຢາກພ້ອມກັບປະຊາຊົນທົ່ວປະເທດປະກອບເຫື່ອແຮງເຂົ້າໃນການຊ່ວຍໜູນສັງຄົມ, ຮັບປະກັນຄວາມປອດໄພໃນຊີວິດ ແລະ ສຸຂະພາບໃຫ້ແກ່ປະຊາຊົນ.
(ແຫຼ່ງຄັດຈາກ VOV)