• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ທີ່​ຕັ້ງ​ຂອງ ກາ​ເຟ ແລະ ຊາ ຫວຽດ​ນາມ ໃນ​ແຜນ​ທີ່​ຜະ​ລິດ​ຕະ​ພັນ​ກະ​ເສດ ໂລກ

ບັນດາການເຄື່ອນໄຫວໃນວັນບຸນເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນເປັນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນກ່ວາ, ດຶງດູດການເຂົ້າຮ່ວມ ຂອງວິສາຫະກິດຫຼາຍແຫ່ງ ແລະ ໄດ້ຮັບການແນະນຳ, ໂຄສະນາໃນວົງກ້ວາງ ຜ່ານຫຼາຍຊ່ອງທາງ.
ພິທີເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 (ພາບ: TTXVN)

ໃນລະຫວ່າງວັນທີ 30 – 31 ມີນາ, ພິທີເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນຢູ່ ຖູດຶກ, ນະຄອນ ໂຮ່ຈີມິນ. ນີ້ແມ່ນບັນດາເຫດການເພື່ອແນໃສ່ໂຄສະນາເຄື່ອງໝາຍການຄ້າ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍ ບັນດາຜະລິດຕະພັນກາເຟ, ຊາ ຫວຽດນາມ ໂດຍໜັງສືພິມ ຜູ້ອອກແຮງງານ ປຸກລະດົມແຕ່ປີ 2023.

ບັນດາການເຄື່ອນໄຫວໃນວັນບຸນເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນເປັນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນກ່ວາ, ດຶງດູດການເຂົ້າຮ່ວມ ຂອງວິສາຫະກິດຫຼາຍແຫ່ງ ແລະ ໄດ້ຮັບການແນະນຳ, ໂຄສະນາໃນວົງກ້ວາງ ຜ່ານຫຼາຍຊ່ອງທາງ; ໃນນັ້ນ ຈຸດສຸມຂອງວັນບຸນແມ່ນ ກອງປະຊຸມສຳມະນາ “ວິທີແກ້ໄຂເພື່ອສົ່ງອອກກາເຟໃຫ້ບັນລຸ 5 ຕື້ USD”

ນະທີ່ນີ້, ບັນດານັກຊ່ຽວຊານ, ສະຫະສະມາຄົມໄດ້ປຶກສາຫາລືວິທີການແກ້ໄຂເພື່ອການເຕີບໂຕດ້ານການສົ່ງອອກກາເຟແບບຍືນຍົງ, ສ້າງມູນຄ່າສິນຄ້າຫຼາຍກ່ວາເກົ່າ. ກໍ່ໃນຂອບເຂດວັນບຸນ, ໃນລາຍການ Coffee Talk ທີ່ໄດ້ຈັດຂຶ້ນໃນວັນທີ 31 ມີນາ, ມີນັກຊ່ຽວຊານຫຼາຍທ່ານໄດ້ແບ່ງປັນກັບຊາວໜຸ່ມ ບັນດາບົດຮຽນປະສົບການອັນລ້ຳຄ່າກ່ຽວກັບການ Startup, ຄຸ້ມຄອງການເງິນ…

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top