
ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ Anura Kumara Dissanayake, ປະທານາທິບໍດີ ສາທາລະນະລັດສັງຄົມນິຍົມ ປະຊາທິປະໄຕ ສີລັງກາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ Colombo, ຢ້ຽມຢາມທາງລັດຖະກິດຢູ່ ສີລັງກາ. ຕອນເຊົ້າວັນທີ 08 ພຶດສະພາ ຕາມເວລາທ້ອງຖິ່ນ, ຢູ່ທຳນຽບປະທານາທິບໍດີ, ທ່ານປະທານາທິບໍດີ Anura Kumara Dissanayake, ໄດ້ເປັນປະທານພິທີຕ້ອນຮັບທາງລັດຖະກິດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ.

ໃນພິທີຕ້ອນຮັບ, ພາຍໃຕ້ທຸງຊາດ ຫວຽດນາມ ແລະ ສີລັງກາ, ພ້ອມດ້ວຍການຍິງປືນໃຫຍ່ຕ້ອນຮັບ 21 ຄັ້ງ, ເພງຊາດສອງປະເທດ ຫວຽດນາມ - ສີລັງກາ ໄດ້ດັງຂຶ້ນຢ່າງເຄັ່ງຂຶມ.

ໃນການພົບປະສອງຝ່າຍທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ຕີລາຄາສູງ ໂດຍຖືວ່າ ສາຍພົວພັນສອງຝ່າຍພວມຢູ່ໃນໄລຍະພັດທະນາຢ່າງຈົບງາມທີ່ສຸດ, ພ້ອມທັງແລກປ່ຽນກ່ຽວກັບບັນດາທິດທາງການຮ່ວມມືທີ່ມີລັກສະນະກຳນົດທິດໃຫຍ່ ແນໃສ່ນຳສາຍພົວພັນສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ສົມກັບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ຍົກລະດັບການຮ່ວມມືສອງຝ່າຍ.
ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການພົບປະສອງຝ່າຍ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ:

“ຂ້າພະເຈົ້າພ້ອມກັບທ່ານປະທານາທິບໍດີໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນ ຫວຽດນາມ - ສີລັງກາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງ ແລະ ເພີ່ມທະວີການຮ່ວມມືມິດຕະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ລະດັບສູງ, ເປີດກວ້າງຂອບເຂດ ແລະ ລະດັບການຮ່ວມມືຕາມທິດຮອບດ້ານ, ແທ້ຈິງໃນທຸກຂົງເຂດ. ຕ້ອງເຮັດໃຫ້ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເລິກເຊິ່ງກວ່າອີກ. ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ວິທະຍາສາດເຕັກໂນໂລຢີຕາມທິດແທ້ຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາມາດຕະການບຸກທະລຸ ແນໃສ່ບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າໃຫ້ບັນລຸ 1 ຕື້ USD ໂດຍໄວ, ມຸ່ງໄປເຖິງການລົງນາມໃນຂໍ້ຕົກລົງກ່ຽວກັບການຄ້າ, ການລົງທຶນສອງຝ່າຍລະຫວ່າງສອງປະເທດໃນອະນາຄົດ. ບັນດາວິສາຫະກິດ ຫວຽດນາມ ກໍສະແດງຄວາມພ້ອມເປີດກວ້າງການຮ່ວມມືຢູ່ ສີລັງກາ.”
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Dissanayake ໄດ້ເປັນສັກຂີພິຍານພິທີມອບ-ຮັບເອກະສານຮ່ວມມືສະບັບຕ່າງໆໃນບັນດາຂົງເຂດ ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະ ເຕັກໂນໂລຢີ, ວັດທະນະທຳ, ຂໍ້ມູນຂ່າວສານ ແລະ ວຽກງານສື່ມວນຊົນ.






