• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນສົ່ງເສີມການທ່ອງທ່ຽວປີ 2017

      ຢາກຍົກສູງປະສິດທິຜົນສົ່ງເສີມໂຄສະນາການທ່ອງທ່ຽວ, ຈຳເປັນຕ້ອງເອົາໃຈໃສ່ຄົ້ນຄ້ວາຕະຫຼາດຢ່າງລະອຽດ, ການຄາດຄະເນ, ອັບເດັດການຜັນແປຕະຫຼາດເພື່ອເປັນພື້ນຖານໃຫ້ທຸກໆລາຍການເຄື່ອນໄຫວການທ່ອງທ່ຽວ. 

ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ
      ນີ້ແມ່ນໜຶ່ງໃນບັນດາເນື້ອໃນໄດ້ນຳມາປຶກສາຫາລືທີ່ກອງປະຊຸມສົ່ງເສີມການທ່ອງທ່ຽວປີ 2017 ເຊິ່ງໄດ້ດຳເນີນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 3 ສິງຫາ. ທີ່ກອງປະຊຸມ, ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ: ເພື່ອຮັບປະກັນການເຕີບໂຕປະລິມານແຂກທ່ອງທ່ຽວສາກົນມາທ່ອງທ່ຽວ ຫວຽດນາມ ບັນລຸຢ່າງໜ້ອຍສຸດແມ່ນ 30%, ແຂກທ່ອງທ່ຽວພາຍໃນປະເທດເພີ່ມຂຶ້ນ 12% ຕາມຄຳຮຽກຮ້ອງຂອງລັດຖະບານ:
        “ປ່ຽນໃຫມ່ກ່ຽວກັບເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດການໂຄສະນາ, ສົ່ງເສີມການທ່ອງທ່ຽວໂດຍພື້ນຖານ, ໃນນັ້ນເສີມຂະຫຍາຍບົດບາດຂອງສະພາທີ່ປຶກສາການທ່ອງທ່ຽວເພື່ອຜັນຂະຫຍາຍຮູບແບບຮ່ວມມືພາກລັດ - ເອກະຊົນໃນການໂຄສະນາສົ່ງເສີມການທ່ອງທ່ຽວ, ລະດົມແຫຼ່ງກຳລັງຈາກຫຼາຍແຫຼ່ງທຶນໃຫ້ແກ່ການໂຄສະນາ, ສົ່ງເສີມການທ່ອງທ່ຽວ, ພິເສດແມ່ນຊຸກຍູ້ວິວັດທະນາການສ້າງຕັ້ງ ແລະ ກ້າວເຂົ້າສູ່ການເຄື່ອນໄຫວຂອງກອງທຶນໜູນຊ່ວຍພັດທະນາການທ່ອງທ່ຽວ.”
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top