• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ ແລະ ຍົກ​ລະ​ດັບ​ການຕ່າງ​ປະ​ເທດຫຼາຍ​ຝ່າຍ​ໃຫ້ສູງ​ກ່​ວາ​​ຮອດ​ປີ 2030

ຢູ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສຳຫຼວດກວດກາສະພາບການຜັນຂະຫຍາຍຄຳສັ່ງເລກທີ 25 ໃນໄລຍະ 5ປີຜ່ານມາ, ເຫັນດີເປັນເອກະພາບຕີລາຄາສັງລວມກ່ຽວກັບສະພາບການ, ໂອກາດ, ສິ່ງທ້າທາຍທີ່ໄດ້ວາງອອກຕໍ່ການທູດຫຼາຍຝ່າຍ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 25 ຂອງ ຄະນະເລຂາກ່ຽວກັບການຍູ້ແຮງ ແລະ ຍົກລະດັບການຕ່າງປະເທດ ຫຼາຍຝ່າຍຮອດປີ 2030. ຢູ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສຳຫຼວດກວດກາສະພາບການຜັນຂະຫຍາຍຄຳສັ່ງເລກທີ 25 ໃນໄລຍະ 5ປີຜ່ານມາ, ເຫັນດີເປັນເອກະພາບຕີລາຄາສັງລວມກ່ຽວກັບສະພາບການ, ໂອກາດ, ສິ່ງທ້າທາຍທີ່ໄດ້ວາງອອກຕໍ່ການທູດຫຼາຍຝ່າຍ; ທິດທາງ, ວິທີການຜັນຂະຫຍາຍໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຮງໃນວຽກງານການຕ່າງປະເທດ ຫຼາຍຝ່າຍ ກໍ່ຄືວິທີການຍົກສູງປະສິດທິຜົນວຽກງານສົມທົບກັນລະຫວ່າງບັນດາເສົາຄ້ຳການຕ່າງປະເທດ. ເພື່ອຜັນຂະຫຍາຍວຽກງານການຕ່າງປະເທດ ຫຼາຍຝ່າຍຢ່າງແຮງກ່ວາອີກ ແລະ ສືບຕໍ່ນຳບັນດາເນື້ອໃນຂອງຄຳສັ່ງເລກທີ 25 ເຂົ້າສູ່ວຽກງານການຕ່າງປະເທດ ໃນຕົວຈິງຂອງປະເທດຊາດ, ທ່ານຮອງນາຍົກລັດຖະມົນຕີ  ເຈິ່ນລຶວກວາງ ເນັ້ນໜັກວ່າ:

ຕ້ອງເຮັດແນວໃດເພື່ອຫັນປ່ຽນທັງຈິດຕະນາການ ແລະ ການກະທຳ, ຕ້ອງເອົາໃຈໃສ່ເຖິງວຽກງານຄາດຄະເນໃຫ້ຖືກຕ້ອງ, ເພື່ອຍົກສູງປະສິດທິຜົນວຽກງານການທູດຫຼາຍຝ່າຍ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງຂີດໝາຍຂອງ ຫວຽດນາມ ບົນເວທີສາກົນ, ເໝາະສົມກັບບຸລິມະສິດ ແລະ ແຫຼ່ງກຳລັງ, ຜົນປະໂຫຍດຂອງ ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top