• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊາວ​ປະ​ມົງ, ຕ້ານ IUU, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ

ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ກົວລາ ລຳເປີ, ມາເລເຊຍ (25-28/10), ຕອນເຊົ້າວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດ ອາຊຽນ ທີ່ມີທະເລຕິດຕໍ່ກັບ ຫວຽດນາມ (ບຣູໄນ, ກຳປູເຈຍ,ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ) ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ.
ບັນຍາກາດການເຮັດວຽກ

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງສືບຕໍ່ຊຸກຍູ້ການພົວພັນມິດຕະພາບຮອບດ້ານກັບບັນດາປະເທດໃນພາກພື້ນ, ຢັ້ງຢືນ ອາຊຽນ ແມ່ນພາກພື້ນທີ່ມີຄວາມສຳຄັນຍຸດທະສາດສຳລັບ ຫວຽ,ນາມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຫັນການພົວພັນດ້ານການເມືອງອັນດີງາມໃຫ້ກາຍເປັນບັນດາໂຄງການຮ່ວມມືເສດຖະກິດຢ່າງແທດຈິງໃຫ້ປະກົດຜົນເປັນຈິງ, ເປັນເຈົ້າການສະເໜີຂໍ້ລິເລີ່ມໃໝ່, ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າ ຫວຽດນາມ, ຍາດແຍ່ງທ່າດີຈາກບັນດາສາຍພົວພັນຄູ່ຮ່ວມມືທີ່ຫາກໍ່ຍົກລະດັບຢ່າງມີປະສິດທິຜົນ.

        ທ່ານນາຍົກລັດຖະມົນຕີ ກໍຊີ້ນຳໃຫ້ບັນດາອົງການຕາງໜ້າສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ຜັນຂະຫຍາຍປະສິດທິຜົນຂອງວຽກງານປົກປ້ອງຊາວປະມົງ, ກ່ຳປັ່ນຫາປາ ຫວຽດນາມ, ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ (IUU); ຍູ້ແຮງການໂຄສະນາກ່ຽວກັບທັດສະນະ, ຄວາມມານະພະຍາຍາມ ແລະ ໝາກຜົນຂອງ ຫວຽດນາມ ໃນວຽກງານ IUU; ພ້ອມດຽວກັນນັ້ນ, ເອົາໃຈໃສ່ເຖິງການເບິ່ງແຍງດູແລປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.

ຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນ ອາຊຽນ - ນິວຊີແລນ; ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ຄັ້ງທີ 5.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top