• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ໄວຄວາມກ້າວໜ້າໃນການຊອກຫາ, ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

ວັນ​ທີ 26 ຕຸ​ລາ​, ທ່ານ ເລ​ມິງ​ຮືງ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຊັນ​ຂໍ້​ຕົກ​ລົງ​ອະ​ນະ​ມັດ​ຜ່ານ​ບັນ​ຊີ​ລາຍ​ຊື່​ສະ​ມາ​ຊິກ ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (ແທນ​ທີ​​ຂໍ້​ຕົກ​ລົງ​ເລກ​ທີ 1054 ລົງ​ວັນ​ທີ 16 ມິ​ຖຸ​ນາ​). ຕາມ​ຂໍ້​ຕົກ​ລົງ​ແລ້ວ​, ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​.
ບັນດາບຸກຄົນມີຜົນງານໃນວຽກງານ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ແຂວງ ບັກນິງ (ພາບ: VNA)

ແລະ​ກໍ່​ໃນ​ວັນ​ດຽວ​ກັນ​, ທີ່​ກອງ​ປະ​ຊຸມ​ສະ​ຫລຸບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ປີ 2026 ແລະ ສະ​ຫລຸບ​ໄລ​ຍະ 1 “ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​”, ຄະ​ນະ​ຊີ້​ນຳ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ນະ​ຄອນ ບັກ​ນິງ ໃຫ້​ຮູ້​ວ່າ​: ຮອດ​ວັນ​ທີ 23 ຕຸ​ລາ​, ນະ​ຄອນ ໄດ້​ເກັບ​ຕົວ​ຢ່າງ 2.758 ຂຸມ​ຝັງ​ສົບ​, ຢູ່ 92/99 ຕາ​ແສງ ໃນ 215 ເຂດ​ສຸ​ສານ​, ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ແຜນ​ການ​ທີ່​ໄດ້​ວາງ​ອອກ 6 ເດືອນ​ເຄິ່ງ​ ​.

+ ວັນ​ທີ 26 ຕຸ​ລາ​, ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ແຂວງ ກ່າ​ເມົາ ໃຫ້​ຮູ້​ວ່າ​: ແຕ່​ວັນ​ທີ 17 ມິ​ຖຸ​ນາ - 29 ກັນ​ຍາ​, ທົ່ວ​ແຂວງ ໄດ້​ມອບ​ຕົວ​ຢ່າງ 2.570 ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ເພື່ອ​ຮັບ​ໃຊ້​ວຽກ​ງານ ກວດ ADN. ໄລ​ຍະ​ຈະ​ມາ​ເຖິງ​, ແຂວງ ກ່າ​ເມົາ ສືບ​ຕໍ່​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ເກັບ​ຕົວ​ຢ່າງ ADN ບັນ​ດາ​ຍາດ​ຕິ​ພີ່​ນ້ອງ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​, ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ກວດ​ສຳ​ເນົາ​ເອ​ກະ​ສານ​, ປັບ​ປຸງ​ຂໍ້​ມູນ​, ຢັ້ງ​ຢືນ​ຕົວ​ຕົນ​ອັດ​ຖິ​ຂອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ປ່ຽນ​ໃໝ່​ວຽກ​ງານ​ການ​ໂຄ​ສະ​ນາ​ຂົນ​ຂວາຍ​ປະ​ຊາ​ຊົນ​.

(ແຫຼ່ງຄັດຈາກ VOV)

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງອົງການຈັດຕັ້ງສາກົນ, ພາກພື້ນຢ່າງມີປະສິດທິຜົນ

Top