• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງວຽກງານກວດກາ ແລະ ແກ້ໄຂບັນດາການລະເມີດຂໍ້ກຳນົດກ່ຽວກັບການປະຕິບັດການປະຢັດຢ່າງເຂັ້ມງວດ

ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນເຂົ້າໃນບົດລາຍງານໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງ ນັບແຕ່ເມື່ອກົວໝາຍວ່າດ້ວຍການວາງແຜນຜັງມີຜົນບັງຄັບໃຊ້”.
  ວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:VOV)  

 ໂດຍສືບຕໍ່ວາລະປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດ, ຕອບເຂົ້າວັນທີ 25 ເມສາ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນເຂົ້າໃນບົດລາຍງານໝາກຜົນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນປີ 2021 ຂອງລັດຖະບານ. ຄະນະປະຈຳສະພາແຫ່ງຊາດສະເໜີວ່າ ປີ 2022 ຕ້ອງເພີ່ມທະວີການປະຕິບັດການປະຢັດ, ຕ້ານການຟຸມເຟືອຍຢູ່ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ແລະ ຄະນະກຳມະການ ປຊຊ ຂັ້ນຕ່າງໆ. ສ້າງແຜນການປະຕິບັດບັນດາເປົ້າໝາຍ, ດັດຊະນີການປະຢັດໃນແຕ່ລະຂົງເຂດທີ່ຕົນເອງຮັບຜິດຊອບ, ໃນນັ້ນ ຕ້ອງຈັດແບ່ງຢ່າງລະອຽດ ຈະແຈ້ງຄວາມຮັບຜິດຊອບຂອງແຕ່ລະອົງການຈັດຕັ້ງ, ຫົວໜ່ວຍ, ພະນັກງານ, ພາລະກອນ, ລັດຖະກອນແຕ່ລະຄົນ.

ທີ່ວາລະປະຊຸມໃນຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນເຂົ້າໃນບົດລາຍງານໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນຜັງ ນັບແຕ່ເມື່ອກົດໝາຍວ່າດ້ວຍການວາງແຜນຜັງມີຜົນບັງຄັບໃຊ້”.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top