• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງລະດັບຄວາມຄືບໜ້າໃນການສືບສວນພິພາກສາບັນດາຄະດີສໍ້ລາດບັງຫຼວງ

ກອງ​ປະ​ຊຸມ​ຜູ້​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ສູນ​ກາງ
​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ
(ພາບ: TTXVN)
       ກອງ​ປະ​ຊຸມ​ຜູ້​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຖ​ືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/04, ຢູ່​ຮ່າ​ໂນ້​ຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລ​າດ​ບັງ​ຫຼວງ ຫງວຽນ​ຟຸ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຄືບ​ໜ້າ, ໝາກ​ຜົນ, ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທີ່​ຄ້າງ​ຄາໃນ​ວຽກ​ງານຢັ້ງ​ຢືນ, ສືບ​ສວນ, ຟ້ອງ​ສາ​ນ​ສຳ​ລັບ​ບັນ​ດາ​​ກໍ​ລະ​ນີ, ຄະ​ດີ​ຂຶ້ນ​ກັບ​ຄະ​ນະ​ຊີ້​ນຳ​ການ​ຕິດ​ຕາມ, ຊີ້​ນຳ; ແຜນ​ການກວດ​ກາ, ຕິດ​ຕາມກວດກ​າ​ບັນ​ດາ​ກໍ​ລະ​ນີ, ​ເປີນ​ການ​ສືບ​ສວນ​ສອບ​ສວນດຳ​ເນີ​ນ​ຄະ​ດີ, ​ພິ​ພາກ​ສາບັນ​ດາ​ຄະ​ດີ​ສ​ໍ້​ລາດ​ບັງ​ຫຼວງ.
        ກ່າວ​ຄຳ​ເຫັນ​ສະ​ຫຼຸບ​ກອ​ງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ຊົມ​ເຊີຍ​ອົງ​ຄະ​ນະ​ພັກ​ຕ​ຳ​ຫຼວດ​ສູນ​ກາງ, ຄະ​ນະ​​ຮັບ​ຜິດ​ຊອບ​ວຽກ​ງານ​ພັກອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ຄະ​ນະຮັບ​ຜິດ​ຊອບ​ວຽກ​ງານ​ພັກສານ​ປະ​ຊາ​ຊົນ​ສູງ​ສຸດ ໄດ້​ສົ​ມ​ທົບ​ກັບ​ຄະ​ນ​ະປະ​ຕິ​ບັດ​​ວຽກ​ງານ​ພາຍ​ໃນ​ການ​ເມືອງ ຢ່າງ​ແໜ້ນ​ແຟ້ນ​ຊີ້​ນຳ​ບັນ​ດາ​ອົງ​ການດຳ​ເນີນ​ຄະ​ດີ, ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສືບ​ສວນ, ຟ້ອງ​ສານ​ບັນ​ດາ​ຄະ​ດີ​ເສດ​ຖະ​ກິດ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບ​ສົມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເປັນ​ເຈົ້າ​ການ​ແກ້​ໄຂ​ຂໍ້​ຕິດ​ຄັດ, ຍູ້​ແຮງ​ລະ​ດັບຄວາມ​ຄືບ​ໜ້າ​ໃນ​ການ​ພິ​ພາກ​ສາ​ບັນ​ດາ​ຄະ​ດ​ີສໍ້​ລາດ​ບັງ​ຫຼວງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top