• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ໜູນຊ່ວຍບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຮັບປະກັນຄວາມໝັ້ນຄົງຢູ່ທະເລຕາເວັນອອກ

ເວລາປະຕິບັດແຜນການໜູນຊ່ວຍດັ່ງກ່າວແມ່ນ 10 ປີ ແນໃສ່ເພີ່ມທະວີຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ.
ກຳປັ່ນຕຳຫຼວດທະເລ ຫວຽດນາມ (ພາບປະກອບ: ຕຳຫຼວດທະເລ ຫວຽດນາມ)
ລັດຖະບານ ຍີ່ປຸ່ນ ຕົກລົງ ຜ່ານອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຈະໜູນຊ່ວຍໃນໄລຍະຍາວສຳລັບກຳລັງຄວາມໝັ້ນຄົງຢູ່ທະເລຂອງ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ແມ່ນ: ຟີລິບປິນ, ອິນໂດເນຍເຊຍ, ມາເລເຊຍ ແລະ ຫວຽດນາມ. ເວລາປະຕິບັດແຜນການໜູນຊ່ວຍດັ່ງກ່າວແມ່ນ 10 ປີ ແນໃສ່ເພີ່ມທະວີຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ. ຕາມນັ້ນແລ້ວ, ການເຄື່ອນໄຫວກວດກາໃນຕົວຈິງແມ່ນເລີ່ມປະຕິບັດແຕ່ເດືອນ ມັງກອນ ຢູ່ ຟີລິບປິນ ແລະ ອິນໂດຍເນເຊຍ, ຢູ່ ຫວຽດນາມ ແລະ ມາເລເຊຍ ແມ່ນເລີ່ມປະຕິບັດນັບແຕ່ເດືອນ ເມສາ. ການເຄື່ອນໄຫວໜູນຊ່ວຍທາງການຈະເລີ່ມປະຕິບັດແຕ່ເດືອນ ມີນາ 2025, ດ້ວຍເລື່ອງສະໜອງ ຣາດາ, ເຮືອບິນບໍ່ມີຄົນຂັບ, ກຳປັ່ນລາດຕະເວນ ແລະ ບຳລຸງສ້າງແຫຼ່ງຊັບພະນາກອນມະນຸດໃນຂົງເຂດຄວາມໝັ້ນຄົງທາງທະເລ.

(ແຫຼ່ງຄັດຈາກ VOV)

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນຫຼັກ​ ເພື່ອໃຫ້ ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.

Top