• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ: ລັດຖະບານຂອງທ່ານນາຍົກລັດຖະມົນຕີ Kishida ພ້ອມກັນລາອອກຈາກຕຳແໜ່ງ

ນີ້ແມ່ນການກະທຳເພື່ອເປີດທາງໃຫ້ແກ່ການສ້າງຕັ້ງລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Ishiba Shigeru.
ກອງປະຊຸມລັດຖະບານ (ພາບ: Kyodo/TTXVN)

ຕອນເຊົ້າວັນທີ 01 ຕຸລາ, ຢູ່ສຳນັກງານຫ້ອງວ່າການລັດຖະບານ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ເປັນປະທານກອງປະຊຸມວາລະສຸດທ້າຍຂອງລັດຖະບານປະຈຸບັນ. ຢູ່ທີ່ນີ້, ລັດຖະມົນຕີທັງໝົດ 19 ທ່ານໄດ້ພ້ອມກັນຍື່ນໃບຂໍລາອອກຈາກຕຳແໜ່ງເຖິງທ່ານນາຍົກລັດຖະມົນຕີ Kishida. ນີ້ແມ່ນການກະທຳເພື່ອເປີດທາງໃຫ້ແກ່ການສ້າງຕັ້ງລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Ishiba Shigeru, ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານຂອງພັກກຳອຳນາດເສລີປະຊາທິປະໄຕ ຍີ່ປຸ່ນ (LDP) ໃນວັນທີ 27 ກັນຍາ ຜ່ານມາ.

        ຕາມແຜນການ, ຕອນບ່າຍວັນດຽວກັນ, ສະພາສູງ, ສະພາຕ່ຳ ຍີ່ປຸ່ນ ຈະດຳເນີນວາລະປະຊຸມວິສາມັນເພື່ອໃຫ້ສັດຕະຍາບັນຕຳແໜ່ງນາຍົກລັດຖະມົນຕີຂອງທ່ານ Ishiba. ຫຼັງຈາກນັ້ນ, ທ່ານຈະປະກາດບັນຊີລາຍຊື່ບັນດາບຸກຄະລາກອນຄະນະລັດຖະບານຊຸດໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະປຶກສາຫາລື ເຄືອຂ່າຍອັດສະລິຍະ: ເຊື່ອມຕໍ່ຜ່ານ AI ດ້ວຍຄວາມເປັນເຈົ້າ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະປຶກສາຫາລື “ເຄືອຂ່າຍອັດສະລິຍະ: ເຊື່ອມຕໍ່ຜ່ານ AI ດ້ວຍຄວາມເປັນເຈົ້າ”

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, AI ສວມບົດບາດສຳຄັນໃນຍຸດທະສາດອຸດສາຫະກຳຂອງ ຫວຽດນາມ.

Top