• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ຢັງຢືນສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ

      ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໄດ້ຢັ້ງຢືນສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຊົມເຊີຍ ອາຊຽນ ເສີມຂະຫຍາຍບົດບາດໃນການຊຸກຍູ້ການຮ່ວມມື, ໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ.
 (ພາບ: ກະຊວງການຕ່າງປະເທດ)
      ຕອນບ່າຍວັນທີ 3 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໃນຖານະບົດບາດເປັນຜູ້ປະສານງານການພົວພັນ ອາຊຽນ-ຍີ່ປຸ່ນ ໄດ້ພ້ອມກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu, ໄດ້ເປັນປະທານຮ່ວມກອງປະຊຸມທາງອອນລາຍ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ-ຍີ່ປຸ່ນ. ກອງປະຊຸມ ໄດ້ເຫັນດີເປັນເອກະພາບ ຕ້ອງສົມທົບກັນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ ໃນການເດີນເຮືອຢູ່ທະເລຕາເວັນອອກ.
   ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ໄດ້ຢັ້ງຢືນສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຊົມເຊີຍ ອາຊຽນ ເສີມຂະຫຍາຍບົດບາດໃນການຊຸກຍູ້ການຮ່ວມມື, ໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ປາດຖະໜາວ່າ ຍີ່ປຸ່ນ ມີການພົວພັນອັນເລິກເຊິ່ງກັບ ອາຊຽນ, ພ້ອມກັບ ອາຊຽນ ປະກອບສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ຮັບມືກັບບັນດາສິ່ງທ້າທາຍສຳເລັດ. ທ່ານໄດ້ຢັ້ງຢືນຫຼັກໝັ້ນຫຼັກການສະເໝີຕົ້ນສະເໝີປາຍຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ສະເໜີໃຫ້ ຍີ່ປຸ່ນ ຈົ່ງສະໜັບສະໜູນ ບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການສ້າງທະເລຕາເວັນອອກ ກ່າຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື, ໝັ້ນຄົງ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top