• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ຊຸກຍູ້ການໜູນຊ່ວຍພື້ນຖານໂຄງລ່າງຂໍ້ມູນຂ່າວສານໃຫ້ແກ່ ຫວຽດນາມ ແລະ ບັນດາປະເທດ ອາຊຽນ

ນັບແຕ່ປີການເງິນ 2025, ກະຊວງນີ້ຈະພັດທະນາບັນດາໂຄງການໜູນຊ່ວຍ ຫວຽດນາມ ແລະ ອິນໂດເນເຊຍ.
(ພາບປະກອບ: TTXVN)

ຫວ່າງມໍ່ໆມານີ້, ກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ ໃຫ້ຮູ້ວ່າ, ຈະເປີດກວ້າງການໜູນຊ່ວຍພັດທະນາພື້ນຖານໂຄງລ່າງຂໍ້ມູນຂ່າວສານໃຫ້ແກ່ພາກພື້ນ ອາຊຽນ.

        ຕາມການວາງແຜນນະໂຍບາຍດັ່ງກ່າວ, ກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ ຈະໜູນຊ່ວຍບັນດາບໍລິສັດຂອງ ຍີ່ປຸ່ນ ຜັນຂະຫຍາຍການເຄື່ອນໄຫວໄປສູ່ບັນດາປະເທດອາຊີ, ພ້ອມທັງເພີ່ມທະວີການມີໜ້າຢູ່ພາກພື້ນ ອາຊຽນ. ຍີ່ປຸ່ນ ຈະໜູນຊ່ວຍຜັນຂະຫຍາຍອິນເຕີເນັດຄວາມໄວສູງ “5G” ຢູ່ ຫວຽດນາມ ແລະ ອິນໂດເນເຊຍ.

        ນັບແຕ່ປີການເງິນ 2025, ກະຊວງນີ້ຈະພັດທະນາບັນດາໂຄງການໜູນຊ່ວຍ ຫວຽດນາມ ແລະ ອິນໂດເນເຊຍ. ຍີ່ປຸ່ນ ກໍ່ເຊັນບົດບັນທຶກຊ່ວຍຈຳກັບ ຫວຽດນາມ ກ່ຽວກັບການພັດທະນາເຄືອຂ່າຍອິນເຕີເນັດຄວາມໄວສູງ ລວມມີ 5G. ທາງກະຊວງມີແຜນການເລີ່ມປະຕິບັດການໜູນຊ່ວຍດ້ານພື້ນຖານໂຄງລ່າງຂໍ້ມູນຂ່າວຢູ່ ຟີລິບປິນ ແລະ ກຳປູເຈຍ ໃນປີການເງິນ 2024. ຖືການເຄື່ອນໄຫວໃນປີການເງິນແມ່ນແປ້ນຢັນ, ໜູນຊ່ວຍການພັດທະນາພື້ນຖານໂຄງລ່າງຂໍ້ມູນຂ່າວສານ ຈະໄດ້ຮັບການຍູ້ໄວນັບແຕ່ປີການເງິນ 2025 ເປັນຕົ້ນໄປ, ດ້ວຍເປົ້າໝາຍນຳໃຊ້ໃນຕົວຈິງໃນຮອບເວລາ 2-3 ປີ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.

Top