• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍັງ​ຄົງ​ມີ​ຄວາມ​​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2020

ຕາມຂໍ້ມູນ ຂອງ ກົມໃຫຍ່ສະຖິຕິ ຫວຽດນາມ ແລ້ວ, ຍອດຜະລິດຕະພັນພາຍໃນປະເທດ (GDP)  9 ເດືອນຕົ້ນປີ 2020 ຄາດຄະເນວ່າ ຈະເພີ່ມຂຶ້ນ 2,12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. 

ພາບປະກອບ: baodauthau.vn

ເຖິງວ່າ ນີ້ແມ່ນລະດັບການເຕີບໂຕຕ່ຳສຸດເມື່ອທຽບໃສ່ໄລຍະດຽວກັນຂອງ 10 ປີມານີ້ກໍ່ຕາມ, ແຕ່ໃນສະພາບການທີ່ຫຼາຍພື້ນຖານເສດຖະກິດມີການເຕີບໂຕທາງລົບນັ້ນ ຫວຽດນາມໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍພື້ນຖານເສດຖະກິດມີການເຕີບໂຕທາງບວກ. ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ S&P Global Ratings (S&P) ໃຫ້ຂໍ້ສັງເກດວ່າ ຫວຽດນາມມີຄວາມເປັນໄປໄດ້ຈະເປັນປະເທດຟື້ນຟູເສດຖະກິດດີທີ 2 ຢູ່ອາຊີ - ປາຊີຟິກ.

ໃນສະພາບການໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນໃນທົ່ວໂລກ ເຊິ່ງກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ພື້ນຖານເສດຖະກິດ ໂລກ, ການເຄື່ອນໄຫວສົ່ງອອກສິນຄ້າຂອງ ຫວຽດນາມ ຍັງຄົງຮັກສາໄດ້ລະດັບການເຕີບໂຕທາງບວກ, ດ້ວຍວົງເງິນສົ່ງອອກ, ນຳເຂົ້າສິນຄ້າທັງໝົດບັນລຸໄດ້ 388,73 ຕື້ USD, ເພີ່ມຂຶ້ນ 1,8%; ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ຂົງເຂດເສດຖະກິດພາຍໃນປະເທດສືບຕໍ່ແມ່ນກຳລັງໜູນໃຫ້ແກ່ການເຕີບໂຕຂອງການສົ່ງອອກໃນທົ່ວປະເທດເມື່ອບັນລຸໄດ້ 71,83 ຕື້ USD, ເພີ່ມຂຶ້ນຢ່າງແຮງ 20,2%, ກວມເອົາ 35,4%ຂອງຍອດວົງເງິນສົ່ງອອກ.

 ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ໄຕມາດ 4 ມີຄວາມບົ່ມຊ້ອນ ແລະ ເງື່ອນໄຂສະດວກຫຼາຍກ່ວາ ເພື່ອເພີ່ມຄວາມໄວໃນການເຕີບໂຕ. ໃນນັ້ນ, ການຊົມໃຊ້ພາຍໃນປະເທດ ແລະ ການລົງທຶນຈະເປັນກຳລັງໜູນຕົ້ນຕໍໃນການຊຸກຍູ້ການເຕີບໂຕໃນຊຸມເດືອນທີ່ຍັງເຫຼືອ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື​່ອງ ທະ​ຫວາຍ​ທູບ​ທຽນ​ຢູ່​ເຂດ​ພະ​ລາ​ຊະ​ວັງ​ທັງ​ລອງ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກື​່ອງ ທະ​ຫວາຍ​ທູບ​ທຽນ​ຢູ່​ເຂດ​ພະ​ລາ​ຊະ​ວັງ​ທັງ​ລອງ

ພິທີດັ່ງກ່າວມີຫຼາຍການເຄື່ອນໄຫວວັດທະນະທຳພື້ນເມຶອງຄື: ຟ້ອນສິງໂຕ, ຕີກອງບຸນ, ຟ້ອນທຸງ, ກອງບຸນທອງລອງ…

Top