• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊົມເຊີຍເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (09/05/1945 – 09/05/2020), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin .

ພິທີສະເຫຼີມສະຫຼອງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ຢູ່ນະຄອນຫລວງມົດສະດູ, ລັດເຊຍ ວັນທີ 09/05/2019 (ພາບ: AFP/TTXVN)

ໃນຈົດໝາຍມີຕອນຂຽນວ່າ: “ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ. ໄຊຊະນະຂອງໂຊວຽດ ແລະ ສຳພັນທະມິດໄດ້ສ້າງກະແສການປະຕິວັດປົດປ່ອຍຊາດໃນທົ່ວບັນດາທະວີບ, ເຮັດໃຫ້ລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ ແລະ ລ່າເມືອງຂຶ້ນ ອາຊີ, ອາຟຣີກາ ແລະ ອາເມລິກາລາຕິນ ສັ່ນສະເທືອນ ແລະ ລົ້ມລະລາຍເທື່ອລະກ້າວ. ໂດຍໄດ້ຮັບການຕໍ່ກຳລັງແຮງຈາກໄຊຊະນະປະຫວັດສາດນີ້, ປະຊາຊົນ ຫວຽດນາມ ໄດ້ສາມັກຄີ ເປັນຈິດໜຶ່ງໃຈດຽວກັນ, ດຳເນີນການລຸກຮື້ຂຶ້ນຄັ້ງໃຫຍ່ ຍາດເອົາອຳນາດການປົກຄອງ, ສ້າງເປັນໄຊຊະນະທີ່ສະຫງ່າລາສີຂອງການປະຕິວັດເດືອນສິງຫາ 1945, ສະຖາປະນາປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ, ເປີດສັງກາດເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. ປີ 2020 ແມ່ນຂີດໝາຍສຳຄັນ ເມື່ອ ຫວຽດນາມ ແລະ ລັດເຊຍ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພ້ອມກັນນັ້ນ ກໍ່ເປັນປີທີ່ໄດ້ເຫັນປະຈັກຕາ ກ່ຽວກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ສຳລັບບັນດາປະເທດໃນໂລກທັງໝົດ ເມື່ອປະເຊີນໜ້າກັບພະຍາດໂຄວິດ-19. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ແລະ ລັດເຊຍ ຈະພ້ອມກັບບັນດາປະເທດອື່ນ ເພີ່ມທະວີຄວາມສາມັກຄີ, ຊຸກຍູ້ການຮ່ວມມືສາກົນ, ຕັດສິນໃຈ ຍູ້ຖອຍ ແລະ ຄວບຄຸມໂລກລະບາດ, ຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້ໂດຍໄວ”.

          ແລະກໍ່ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Vladimirovich Mishustin, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Viktorovich Lavrov ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top