• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊູແອັດ ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານຄັ້ງທີ 14 ໃຫ້ແກ່ຢູແກຼນ

ທ່ານ Jonson ກໍ່ໃຫ້ຮູ້ວ່າ ລັດຖະບານ ໄດ້ມອບໝາຍໜ້າທີ່ໃຫ້ບັນດາກຳລັງປະກອບອາວຸດພິຈາລະນາວ່າ ຊູແອັດ ອາດຈະສົ່ງເຮືອບິນສູ້ຮົບ Jas Gripen ໃຫ້ແກ່ ຢູແກຼນ ຫຼື ບໍ່?
ທ່ານ Pal Jonson, ລັດຖະມົນຕີກະຊວງປ້ອງກັນປະເທດ ຊູແອັດ (ພາບ:Reuters)

ຊູແອັດ ຈະໃຫ້ການຊ່ວຍເຫຼືອ ຢູແກຼນ ບ້ວນເງິນໜູນຊ່ວຍດ້ານການທະຫານໃໝ່ມີມູນຄ່າ ປະມານ 199 ລ້ານໂດລາສະຫະລັດ. ນີ້ແມ່ນແຈ້ງການໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຊູແອັດ Pal Jonson ປະກາດໃນການປະຊຸມຖະແຫຼງຂ່າວໃນວັນທີ 6 ຕຸລາ, ຢູ່ນະຄອນຫຼວງ Stockhom. ທ່ານ Jonson ກໍ່ໃຫ້ຮູ້ວ່າ ລັດຖະບານ ໄດ້ມອບໝາຍໜ້າທີ່ໃຫ້ບັນດາກຳລັງປະກອບອາວຸດພິຈາລະນາວ່າ ຊູແອັດ ອາດຈະສົ່ງເຮືອບິນສູ້ຮົບ Jas Gripen ໃຫ້ແກ່ ຢູແກຼນ ຫຼື ບໍ່?. ຄາດວ່າ, ກອງທັບ ຊູແອັດ ຈະໃຫ້ການຕີລາຄາກ່ຽວກັບບັນຫານີ້ໃນວັນທີ 6 ພະຈິກ ຈະມາເຖິງ.

ບ້ວງເງິນໜູນຊ່ວຍດ້ານການທະຫານໃໝ່ຈະແມ່ນບ້ວງເງິນໜູນຊ່ວຍດ້ານການທະຫານຄັ້ງທີ 14 ຂອງ ຊູແອັດ ໃຫ້ແກ່ ຢູແກຼນ ນັບແຕ່ເກີດການປະທະກັນ, ອັນໄດ້ຍົກຍອດມູນຄ່າການໜູນຊ່ວຍເຫຼືອດ້ານການທະຫານຂອງປະເທດນີ້ໃຫ້ແກ່ ຢູແກຼນ ຂຶ້ນເປັນ 1,9 ຕື້ ກ່ວາໂດລາສະຫະລັດ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ພັດ​ທະ​ນາເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ຢ່າງ​ແຮງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ໄດ້​ສະ​ເໜີ​ຊຸກ​ຍູ້​ຢ່າງ​ແຮງ​ຮູບ​ແບບ​ສາມ​ອົງ​ການ​ລວມ​ມີ: ລັດ - ສະ​ຖາ​ບັນ, ໂຮງ​ຮຽນ - ວິ​ສາ​ຫະ​ກິດ​ເພື່ອທະ​ລຸ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ, ພັ​​ດທະ​ນາ ແລະ ຫັນ​ເຕັກ​ໂນ​ໂລ​ຢີ​ເປັນ​ການ​ຄ້າ.

Top