• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ສີ​ຂຽວ​ລະ​ຫວ່າງ ຫວຽດ​ນາມ - ຈີນ

ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຖານະບົດບາດຂອງ Sailun ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດຜະລິດ ຢາງນອກລົດແຖວໜ້າໂລກ ກໍ່ຄືໝາກຜົນຂອງການດຳເນີນທຸລະກິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການປະຕິບັດຄວາມຮັບຜິດຊອບທາງສັງຄົມຂອງບໍລິສັດ Sailun ຫວຽດນາມຈຳກັດ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານນາງ ລ້ຽວເຢນຂວາ ປະທານກຸ່ມບໍລິສັດ Sailun ທັງເປັນປະທານບໍລິສັດ Sailun ຫວຽດນາມຈຳກັດ (ພາບ: TTXVN)
ວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ ລ້ຽວເຢນຂວາ ປະທານກຸ່ມບໍລິສັດ Sailun ທັງເປັນປະທານບໍລິສັດ Sailun ຫວຽດນາມຈຳກັດ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຖານະບົດບາດຂອງ Sailun ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດຜະລິດ ຢາງນອກລົດແຖວໜ້າໂລກ ກໍ່ຄືໝາກຜົນຂອງການດຳເນີນທຸລະກິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການປະຕິບັດຄວາມຮັບຜິດຊອບທາງສັງຄົມຂອງບໍລິສັດ Sailun ຫວຽດນາມຈຳກັດ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ມອບໝາຍໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີສົມທົບກັບກະຊວງແຜນການແລະ ການລົງທຶນສ້າງມາດຖານກ່ຽວກັບວິສາຫະກິດເຕັກໂນໂລຢີສູງ; ສະເໜີ Sailun ສືບຕໍ່ໝູນໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າທີ່ສຸດເພື່ອຕອບສະໜອງບັນດາມາດຖານວິສາຫະກິດເຕັກໂນໂລຢີ ສູງ; ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ, ລະບົບສະໜອງຂອງ ກຸ່ມບໍລິສັດ, ປະກອບສ່ວນຊຸກຍູ້ວິວັດການພັດທະນາສີຂຽວ, ຍືນຍົງຢູ່ ຫວຽດນາມ ກໍ່ຄືຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top