• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກາ​ຕາ

ຮ່າໂນ້ຍ ແລະ ໂດຮາ ເຫັນດີເປັນເອກະສັນສືບຕໍ່ປັບປຸງການພົວພັນດ້ານການເມືອງ - ການຕ່າງປະເທດໃຫ້ດີງາມກວ່າອີກ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ.
ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ຮອງກະສັດ ກາຕາ Sheikh Abdullah Bin Hamad Al Thani (ພາບ: TTXVN)

ຫວຽດນາມ ແລະ ກາຕາ ມີຄວາມປາດຖະໜາ ແລະ ຕັດສິນໃຈຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກວ່າອີກ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ. ຮ່າໂນ້ຍ ແລະ ໂດຮາ ເຫັນດີເປັນເອກະສັນສືບຕໍ່ປັບປຸງການພົວພັນດ້ານການເມືອງ - ການຕ່າງປະເທດໃຫ້ດີງາມກວ່າອີກ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ. ນີ້ແມ່ນຄຳຢືນຢັນຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ຮອງກະສັດ ກາຕາ Sheikh Abdullah Bin Hamad Al Thani ຢູ່ການພົບປະເຈລະຈາທີ່ ຖືກດຳເນີນໃນວັນທີ 7 ພຶດສະພາ ຢູ່ນະຄອນຫຼວງ ໂດຮາ, ໃນຂອບເຂດການຢ້ຽມຢາມ  ກາຕາ ຢ່າງເປັນທາງການແຕ່ວັນທີ 6 ພຶດສະພາ - 8 ພຶດສະພາ ຂອງທ່ານນາງຮອງປະທານປະເທດ ຫວຽດນາມ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການນຳສອງທ່ານໄດ້ຕີລາຄາວ່າ ສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ… ສອງຝ່າຍເຫັນດີສົມທົບກັນຈັດເຫດການສົ່ງເສີມການລົງທຶນ, ການຄ້າ, ເວທີປາໄສດຳເນີນທຸລະກິດໃນໄລຍະຈະມາເຖິງ, ເຫັນດີຍົກສູງການຮ່ວມມືລະຫວ່າງກອງທຶນ, ວິສາຫະກິດລົງທຶນຂອງແຕ່ລະປະເທດໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ເປັນຕົ້ນແມ່ນ: ພື້ນຖານໂຄງລ່າງ, ການຂົນສົ່ງ, ທ່າກ່ຳປັ່ນທະເລ, ພະລັງງານທົດແທນ… ສອງຝ່າຍເຫັນດີຈັດກອງປະຊຸມຄັ້ງທີ III ຄະນະກຳມະການປະສົມ ຫວຽດນາມ - ກາຕາ; ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາ, ຂໍ້ຕົກລົງຮ່ວມມືສອງຝ່າຍເພື່ອສ້າງກອບນິຕິກຳໃນການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ສົມບູນແບບ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກາຕາ Mohammed bin Hamad bin Qassim Al Abdullah Al Thani.

 

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top