• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ

ທີ່ການຕ້ອນຮັບ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອວຍພອນຜົນສຳເລັດຂອງ ການພົວພັນແລກປ່ຽນມິດຕະພາບດ້ານປ້ອງກັນຊາດຄັ້ງທີ 6 ລະຫວ່າງ ຫວຽດນາມ - ຈີນ ແລະ ການໂອ້ລົມສົນທະນາຍຸດທະສາດດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີຄັ້ງທີ 7 ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ.
ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ພົນໂທ ເວີຍເຟືອງເຄືຶຶ໊ອລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ  (ພາບ: TTXVN)

ຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ ພົນໂທ ເວີຍເຟືອງເຄືຶຶ໊ອລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຊຶ່ງພວມນຳໜ້າຄະນະຜູ້ແທນການທະຫານຂັ້ນສູງຈີນ ເຄື່ອນໄຫວຢຽມຢາມຫວຽດນາມ ຢ່າງເປັນທາງການ.

ທີ່ການຕ້ອນຮັບ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອວຍພອນຜົນສຳເລັດຂອງ ການພົວພັນແລກປ່ຽນມິດຕະພາບດ້ານປ້ອງກັນຊາດຄັ້ງທີ 6 ລະຫວ່າງ ຫວຽດນາມ - ຈີນ ແລະ ການໂອ້ລົມສົນທະນາຍຸດທະສາດດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີຄັ້ງທີ 7 ລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດ. ທ່ານ ຫງວຽນຝູຈ້ອງ ປາດຖະໜາວ່າ ສອງພັກ, ສອງລັດ ຈະສືບຕໍ່ມານະພະຍາຍາມເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມືບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງ ກັນ, ການພົວພັນມິດຕະພາບເພື່ອຜົນປະໂຫຍດລວມແມ່ນ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ໃນພາກພື້ນ ແລະ ໂລກ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ພົນໂທ ເວີຍເຟືອງເຄືຶຶ໊ອ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ (ພາບ: TTXVN)

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ເວີຍເຟືອງເຄືຶ໊ອ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ.ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໝາກຜົນຂອງການໂອ້ລົມສົນທະນາລະຫວ່າງ ທ່ານ ພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ພົນໂທ ເວີຍເຟືອງເຄືຶ໊ອ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ຫວຽດນາມ ຖືການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ ໃຫ້ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ມີສະຖຽນລະພາບ, ຍືນຍົງ, ຍາວນານ, ມີການຮ່ວມມືຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດເປັນສຳຄັນທີ່ສຸດ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນນັ້ນ, ສອງປະເທດໄດ້ຮ່ວມມືກັນຄວບຄຸມໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ, ສ້າງເງື່ອນໄຂເພື່ອພັດທະນາການຄ້າ 2020 ໃຫ້ບັນລຸລະດັບສະຖິຕິ ແມ່ນ 133 ຕື້ USD.

ສ່ວນທ່ານ ພົນໂທ ເວີຍເຟືອງເຄື໊ອ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ຊີ້ແຈ້ງວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງ ຄະນະຜູ້ແທນ ແມ່ນການສະແດງໃຫ້ເຫັນຄວາມເຄົາລົບ ຂອງພັກ, ລັດ ຈີນ ໃນການພັດທະນາການພົວພັນກັບ ຫວຽດນາມ. ເມື່ອເຕື້ອງເຖິງໝາກຜົນອັນດີງາມຂອງການໂອ້ລົມສົນທະນາ ກັບທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ເວີຍເຟືອງເຄື໊ອ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບກັນກ່ຽວກັບຫຼາຍເນື້ອໃນໃນການຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນ ໃຫ້ນັບມື້ນັບດີງາມກ່ວາອີກ ໃນໄລຍະຈະມາເຖິງ.   

(ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top