• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກ​ິດ ພາຍຫຼັງ​ທີ່​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີ

ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ບັນດາທ້ອງຖິ່ນໄດ້ປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າ, ໂລກລະບາດໄດ້ຮັບການຄວບຄຸມເທື່ອລະກ້າວ.
ກອງປະຊຸມຄະນະປະຈຳລັດຖະບານ ຖືກຈັດຂຶ້ນພາຍໃຕ້ຮູບການທາງອອນລາຍ (ພາບ: TTXVN)

ຕອນເຊົ້າວັນທີ 24 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ຕາມຮູບການທາງອອນລາຍ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ ບັນດາທ້ອງຖິ່ນໄດ້ປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າ, ໂລກລະບາດໄດ້ຮັບການຄວບຄຸມເທື່ອລະກ້າວ, ສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຈົ່ງສະເໜີແຜນການ ເພື່ອຊຸກຍູ້ການຜະລິດດຳເນີນທຸລະກິດໂດຍໄວ ດ້ວຍເນື້ອໃນຈິດໃຈ ປະຕິບັດເປົ້າໝາຍຄວບຄູ່.
ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ (ພາບ: TTXVN)

ລາຍງານທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ ສະພາບການໂລກລະບາດໄດ້ຮັບການຄວບຄຸມເປັນຢ່າງດີ. ກ່ຽວກັບການນຳເຂົ້າວັກຊິນ, ໃນໄຕມາດໜຶ່ງ ຈະນຳເຂົ້າ 1,3 ລ້ານໂດສ; ໄຕມາດທີສອງ ແມ່ນ 9,5 ລ້ານໂດສ; ໄຕມາດທີສາມແມ່ນ 25,6 ລ້ານໂດສ ແລະ ໄຕມາດທີສີ່ ແມ່ນ 51,1 ລ້ານໂດສ. ໃນຕອນເຊົ້າຂອງວັນທີ 24 ກຸມພາ, ວັກຊິນງວດທຳອິດຂອງບໍລິສັດ Astra Zeneca ດ້ວຍຈຳນວນ 117.000 ໂດສ ກໍໄດ້ຂົນສົ່ງມາຮອດນະຄອນໂຮ່ຈີມິນແລ້ວ.

                  “ຖ້າຫາກໄລ່ຕາມແຜນການຮັບວັກຊິນນັ້ນ, ພວກຂ້າພະເຈົ້າຮັບປະກັນວ່າ ຈະບໍ່ມີເລື່ອງຂາດແຄນວັກຊິນ. ເພາະສະນັ້ນ, ສິ່ງສຳຄັນທີ່ສຸດໃນຈຸດເວລານີ້ແມ່ນ ກະຊວງສາທາລະນະສຸກ ຕ້ອງມານະພະຍາຍາມຈັດຕັ້ງການສັກວັກຊິນ ແລະ ໃນຄັ້ງນີ້ ຈະຜັນຂະຫຍາຍໃນຂອບຂະເໜາດທີ່ໃຫຍ່ທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍວັກຊິນກວ່າ 100 ລ້ານໂດສ. ທາງກະຊວງສາທາລະນະສຸກ ກຳລັງກະກຽມແຜນການສັກວັກຊິນຕາມທິດນຳທີ່ວ່າ ລະດົມທຸກຫົວໜ່ວຍທັງພາຍໃນ ແລະ ພາຍນອກຂະແໜງສາທາລະນະສຸກ ເຂົ້າຮ່ວມວິວັດການດັ່ງກ່າວ ເພື່ອຍູ້ໄວ້ການສັກວັກຊິນ. ສຳລັບ ວັກຊິນ ຂອງ ຫວຽດນາມ ແມ່ນກຳລັງໄປຕາມຄວາມຄືບໜ້າ ແລະ ຮອດປີ 2022, ຫວຽດນາມ ກໍຈະມີວັກຊິນ.”

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top