ວັນທີ 12 ກໍລະກົດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຮອດນະຄອນຫຼວງໂຕກຽວ ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນທີ່ແກ່ຍາວຮອດວັນທີ 15 ກໍລະກົດ. ການເຄືອນໄຫວທາງການທູດສຳຄັນນີ້ໂດຍຝ່າຍຍີ່ປຸ່ນຕີລາຄາວ່າຈະປະກອບສ່ວນຮັດແໜ້ນການພົວພັນສອງຝ່າຍ.
ຢູ່ນະຄອນຫຼວງ ໂຕກຽວ, ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ໄດ້ຈຸດທູບທຽນອາໄລຫາປະທານໂຮ່ຈີມິນຢູ່ຫ້ອງລະນຶກປະທານໂຮ່ຈີມິນ ແລະ ພົບປະກັບບັນດາພະນັກງານ, ພາລະກອນສະຖານທູດ, ພ້ອມກັບຜູ້ຕາງໜ້າປະຊາຄົມ ຊາວຫວຽດນາມອາໄສຢູ່ຍີ່ປຸ່ນ.
ຖະແຫຼງຂ່າວກັບສື່ມວນຊົນປະເທດປະຈຳຖິ່ນກ່ຽວກັບການຢ້ຽມຢາມຍີ່ປຸ່ນຂອງທ່ານພົນເອກ ຟານວັນຢາງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ Koizumi Shinjiro ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານພົນເອກ ຟານວັນຢາງ ສ້າງຂີດໝາຍການຢ້ຽມຢາມຍີ່ປຸ່ນຄັ້ງທຳອິດຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພາຍຫຼັງ 5 ປີ ແລະ ທ່ານ Koizumi Shinjiro ໄດ້ອອກໄປສະໜາມບິນຕ້ອນຮັບທ່ານພົນເອກຟານວັນຢາງ. ຍີ່ປຸ່ນເຊື່ອມັ້ນວ່າ ການຢ້ຽມຢາມຂອງທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈະປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືສອງຝ່າຍເລິກເຊິ່ງກວ່າອີກ.






