• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້ການ​ຮ່ວມ​ມື ຫວຽດ​ນາມ-ເບລາ​ຣຸດ

ວັນທີ 12 ມັງກອນ 2022 ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດ Kikolai Borservich ເມື່ອເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ຫວຽດນາມ.
ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດ Kikolai Borservich (ພາບ: ກະຊວງການຕ່າງປະເທດ)

ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖາໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານ ກັບ ເບລາຣຸດ, ຕີລາຄາສູງຕໍ່ ເລື່ອງເບລາຣຸດ ມອບວັດຖຸອຸປະກອນການແພດປ້ອງກັນຕ້ານ ໂຄວິດ-19 ໃຫ້ ຫວຽດນາມ ໃນເດືອນ ທັນວາ 2021 ທີ່ຜ່ານມາ. ທ່ານບຸ່ຍແທງເຊີນ ສະເໜີສອງກະຊວງການຕ່າງປະເທດ ຊຸກຍູ້ຟື້ນຟູການລຽກປ່ຽນຄະນະຜູ້ແທນໂດຍໄວ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນທຸກຂອບເຂດຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍແນໃສ່ນຳການພົວພັນສອງປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ປະສິດທິຜົນ.

ເມື່ອເຕື້ອງເຖິງການຮ່ວມື່ຢູ່ບັນດາເວປາໃສທີສາກົນ,  ທ່ານລັດຖະມົນຕີ ບຸ່ຍແທງເຊີນ ກ່າວຄຳຂອບໃຈ ຕໍ່ການຊ່ວຍເຫຼືອຂອງ ເບລາຣຸດ ໃນໄລຍະຜ່ານມາ ແລະ ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ສອງປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກຮັກງານສາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.

ທ່ານ Kikolai Borservich ຮອງລັດຖະມົນຕີ ກະຊວງການຕ່າງປະເທດ  ເນັ້ນໜັກວ່າ ເບລາຣຸດ ປາດຖະໜາຢາກຍູ້ແຮງການຮ່ວມມື ກັບ ຫວຽດນາມ ໃນບັນດາຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ, ວັດທະນາທຳ, ຮ່ວມມືທ້ອງຖິ່ນ…

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top