• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ “ການທູດມະຫາຊົນໃນສັງກາດດີຈີຕອນ”

ທີ່ວາລະປະຊຸມ, ຜູ້ຕາງໜ້າບັນດາສະຖານທູດ, ສະຖານກົງສູນ ຫວຽດນາມ ປະຈຳຕ່າງປະເທດ ໄດ້ແບ່ງປັນບົດຮຽນຂອງບັນດາປະເທດກ່ຽວກັບການທູດມະຫາຊົນບົນພື້ນຖານດີຈີຕອນ.
(ທີ່ວາລະປະຊຸມ “ການທູດມະຫາຊົນໃນສັງກາດດີຈີຕອນ”)

ຕອນເຊົ້າວັນທີ 17 ທັນວາ, ຢູ່ ຮ່າໂນ້ຍ, ໄດ້ຈັດວາລະປະຊຸມຫົວເລື່ອງສະເພາະ ວຽກງານການທູດວັດທະນະທຳ ແລະ ຂໍ້ມູນການຕ່າງປະເທດ “ການທູດມະຫາຊົນໃນສັງກາດດີຈີຕອນ”. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການສະຖານທູດ ຫວຽດນາມ ປະຈຳຕ່າງປະເທດ ປຶກສາຫາລືກ່ຽວກັບກົນໄກ, ນະໂຍບາຍ ແລະ ວິທີລະດົມແຫຼ່ງກຳລັງໃນວຽກງານການທູດວັດທະນະທຳໃນໄລຍະຈະມາເຖິງ.

ທີ່ວາລະປະຊຸມ, ຜູ້ຕາງໜ້າບັນດາສະຖານທູດ, ສະຖານກົງສູນ ຫວຽດນາມ ປະຈຳຕ່າງປະເທດ ໄດ້ແບ່ງປັນບົດຮຽນຂອງບັນດາປະເທດກ່ຽວກັບການທູດມະຫາຊົນບົນພື້ນຖານດີຈີຕອນ. ໃນຂະນະນັ້ນ, ບັນດາກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງ ກໍຕີລາຄາສະພາບຕົວຈິງຂອງການຜັນຂະຫຍາຍຂໍ້ມູນຂ່າວສານການຕ່າງປະເທດ, ໄຈ້ແຍກຄວາມຫຍຸ້ງຍາກ, ຖອດທອນບົດຮຽນໃຫ້ແກ່ ຫວຽດນາມ, ຍົກອອກຂໍ້ສະເໜີແນະ ເພື່ອລະດົມແຫຼ່ງກຳລັງ, ຍົກສູງຄຸນນະພາບຜະລິດຕະພັນດີຈີຕອນໂຄສະນາພາບພົດ ຫວຽດນາມ. ວາລະປະຊຸມກໍ່ປຶກສາຫາລືກົນໄກ, ນະໂຍບາຍ ແລະ ວີທີລະດົມແຫຼ່ງກຳລັງໃນວຽກງານການທູດວັດທະນະທຳໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ທ່ານ ໂຕເລິມ ເລຂາທິການໃຫຍ່ປາດຖະໜາວ່າບັນດາການນຳທີ່ໄດ້ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາພັກ ດ້ວຍພູມປັນຍາ, ຄຸນນະທາດ, ອິດທິພົນຊື່ສຽງ ສືບຕໍ່ຕິດຕາມ, ປະກອບຄຳເຫັນ, ຄວາມໄວ້ເນື້ອເຊື່ອໃຈ, ບົດຮຽນປະສົບການຕື່ມອີກໃຫ້ແກ່ຄົນລຸ້ນຫຼັງ.

Top