• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້​ການ​ຮ່ວມ​ມື​ດໍາ​ເນີນ​ທຸລະ​ກິດ ​ແລະ ລົງທຶນ ລະຫວ່່າງ ຫວຽດນາມ - ອິດສະຣາ​ແອັນ

ວັນທີ 29 ມິຖຸນາ, ຢູ່ນະຄອນ Tel Aviv, ອົງການການຄ້າ ແລະ ສະຖານທູດຫວຽດນາມ ປະຈໍາ ອິດສະຣາແອັນ ໄດ້ສົມທົບກັບສະຖາບັນສົ່ງອອກ ອິດສະຣາແອັນ ຈັດຕ້ັງກອງປະຊຸມໂຕະມົນວິສາຫະກິດດ້ວຍຫົວຂໍ້ “ບັນດາກາລະໂອກາດດໍາເນີນທຸລະກິດ ແລະ ລົງທຶນ ຢູ່ຫວຽດນາມ”. 

ກອງປະຊຸມໂຕະມົນວິສາຫະກິດດ້ວຍຫົວຂໍ້ “ບັນດາກາລະໂອກາດດໍາເນີນທຸລະກິດ ແລະ ລົງທຶນ ຢູ່ຫວຽດນາມ” (ພາບ:  TTXVN)

ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມໂດຍກົງຂອງຜູ້ຕາງໜ້າກະຊວງເສດຖະກິດ - ອຸດສາຫະກໍາ ອິດສະຣາແອັນ ແລະ ວິສາຫະກິດ ອິດສະຣາແອັນ ເກືອບ 30 ແຫ່ງ. ທີ່ກອງປະຊຸມ, ທ່ານ ໂດ້ມິນຫຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອິດສະຣາແອັນ ໃຫ້ຮູ້ວ່າ: ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງສໍາເລັດຜົນ ແລະ ພວມຜັນຂະຫຍາຍຫຼາຍນະໂຍບາຍ ແລະ ວິທີການແກ້ໄຂໃໝ່ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ຮັບເອົາບັນດາກະແສຫັນປ່ຽນທິດການລົງທຶນ, ຜະລິດຂອງບັນດາວິສາຫະກິດຕ່າງປະເທດເຂົ້າມາຫວຽດນາມ ໃນໄລຍະຫຼັງໂຄວິດ - 19. ດ້ວຍຂອບຂະໜາດການຕະຫຼາດທີ່ກວ້າງໃຫຍ່, ຕັ້ງໜ້າເຂົ້າຮ່ວມເຄືອຂ່າຍບັນດາສັນຍາ FTA ຫຼາຍຝ່າຍ ແລະ ສອງຝ່າຍນັ້ນ, ຫວຽດນາມພວມຕັ້ງໜ້າເຈລະຈາສັນຍາການຄ້າເສລີສອງຝ່າຍ. ທ່ານເອກອັກຄະລັດຖະທູດ ໂດ້ມິນຫຸ່ງ ກໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາວິສາຫະກິດ ອິດສະຣາແອັນ ເຂົ້າມາສໍາຫຼວດຕະຫຼາດ, ຊອກຫາບັນດາກາລະໂອກາດຮ່ວມມືລົງທຶນ, ດໍາເນີນທຸລະກິດກັບບັນດາຄູ່່ຮ່ວມມືຫວຽດນາມ./. 
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top