• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ, ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປະຕິບັດບັນດາເປົ້າໝາຍສຳຄັນ, ມີລັກສະນະທົ່ວໂລກໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານສະເໜີໃຫ້ຝ່າຍ ອາເມລິກາ ເພີ່ມທະວີການແລກປ່ຽນບົດຮຽນ, ຖ່າຍທອດເຕັກໂນໂລຊີ
  ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: TTXVN)  

ວັນທີ 05 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ, ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປະຕິບັດບັນດາເປົ້າໝາຍສຳຄັນ, ມີລັກສະນະທົ່ວໂລກໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານສະເໜີໃຫ້ຝ່າຍ ອາເມລິກາ ເພີ່ມທະວີການແລກປ່ຽນບົດຮຽນ, ຖ່າຍທອດເຕັກໂນໂລຊີ, ລົງທຶນເຂົ້າບັນດາໂຄງການພະລັງງານສະອາດຢູ່ ຫວຽດນາມ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ, ມີການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ ຕ້ານອາດຊະຍາກຳກ່ຽວກັບດິນຟ້າອາກາດ… ພ້ອມກັນນັ້ນ, ໜູນຊ່ວຍ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອຜັນຂະຫຍາຍບັນດາລາຍການ, ໂຄງການພັດທະນາພະລັງງານສະອາດ, ຂຽວ.

ສ່ວນທ່ານທູດພິເສດ John Kerry ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ອາເມລິກາ ຈະເພີ່ມທະວີການແລກປ່ຽນ ແລະ ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດດັ່ງກ່າວ ເພື່ອແນໃສ່ຫັນບັນດາເປົ້າໝາຍໃຫຍ່ເຊິ່ງການນຳ 2 ປະເທດໄດ້ວາງອອກທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top