ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຊື່ອມຕໍ່ອາຊຽນ, ໃນນັ້ນມີການເຊື່ອມຕໍ່ຫວຽດນາມ - ມາເລເຊຍ; ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດສີຂຽວ, ນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ພະລັງງານສີຂຽວ ແລະ ອື່ນໆ; ພ້ອມກັນນັ້ນ, ໄດ້ປ່ຽນໃໝ່ກຳລັງໜູນ ຊຸກຍູ້ການເຕີບໂຕແບບດັ້ງເດີມລວມທັງການລົງທຶນ, ການສົ່ງອອກ ແລະ ການບໍລິໂພກ. ຮຽກຮ້ອງໃຫ້ບັນດາວິສາຫະກິດມາເລເຊຍ ແລະ ບັນດາວິສາຫະກິດຕ່າງປະເທດສືບຕໍ່ຮ່ວມມື ແລະ ລົງທຶນຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຈະມານະພະຍາຍາມປັບປຸງ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ.
ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 46 ,ໃນຕອນເຊົ້າວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ມາເລເຊຍ.








