• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືສາກົນໃນການແບ່ງປັນຄວາມຮູ້ ແລະ ຄົ້ນຄວ້ານະໂຍບາຍພັດທະນາແບບຍືນຍົງ

ຫວຽດນາມ ປາດຖະໜາຢາກໄດ້ຮັບການແບ່ງປັນກ່ຽວກັບບົດຮຽນພັດທະນາປະເທດຊາດຈາກເພື່ອນມິດ, ຄູ່ຮ່ວມມືສາກົນ, ໃນນັ້ນມີ UNDP.
ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນທັງ, ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Ramla Khalidi (ພາບ: TTXVN)

ຕອນບ່າຍວັນທີ 17 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າປະຈຳອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ.

        ຢູ່ທີ່ນີ້, ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກໄດ້ຮັບການແບ່ງປັນກ່ຽວກັບບົດຮຽນພັດທະນາປະເທດຊາດຈາກເພື່ອນມິດ, ຄູ່ຮ່ວມມືສາກົນ, ໃນນັ້ນມີ UNDP; ທ່ານສະເໜີວ່າ, ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງຫວຽດນາມ ແລະ UNDP ເວົ້າລວມ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກັບ UNDP ເວົ້າສະເພາະ, ຕ້ອງມີການປ່ຽນແປງໃໝ່, ເປີດກວ້າງການຮ່ວມມື, ລື່ນກາຍຂອບເຂດຮ່ວມມືທີ່ເປັນມູນເຊື້ອຄືໃນຫຼາຍປີຜ່ານມາ.

        ສ່ວນທ່ານນາງ Ramla Khalidi, ເນັ້ນໜັກວ່າ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດກາຍເປັນປະເທດບືນຕົວຂຶ້ນໃນຂົງເຂດເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດແບ່ງປັນ; UNDP ຕີລາຄາສູງເສັ້ນທາງແຫ່ງການພັດທະນາປະເທດຊາດເຊິ່ງພັກ, ລັດ ຫວຽດນາມ ໄດ້ເລືອກ ແລະ ພວມປະຕິບັດຢ່າງມີປະສິດທິຜົນ ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ຝລັ່ງ

ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.

Top