
ທີ່ການພົບປະ, ທ່ານ Thawar Chand Gehlot ຢັ້ງຢືນວ່າ ຫວຽດນາມ ແລະ ອິນເດຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະຜ່ານມາ. ຫວ່າງມໍ່ໆມານີ້, ສອງປະເທດໄດ້ຕັ້ງໜ້າໜູນຊ່ວຍເຊິ່ງກັນແລະກັນ ຕ້ານໂລກລະບາດໂຄວິດ - 19. ດ້ວຍພື້ນຖານນັ້ນ, ທ່ານ Thawar Chand Gehlot ເຊື່ອໝັ້ນວ່າ, ການພົວພັນລະຫວ່າງ ອິນເດຍ - ຫວຽດນາມ ຈະນັບມື້ນັບເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງ.
ສ່ວນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຫວັງວ່າ ທ່ານຜູ້ວ່າການລັດ Thawar Chand Gehlot ແລະ ການນຳລັດ ຈະເປີດກວ້າງການພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ, ຊຸກຍູ້ການຮ່ວມມືລົງທຶນລະຫວ່າງວິສາຫະກິດຂອງ ລັດ Karnataka ກັບວິສາຫະກິດຂອງ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ ລັດ ທີ່ທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ ເປັນຕົ້ນແມ່ນຂະໜງເຕັກໂນໂລຢີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ICT, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ.
(ແຫຼ່ງຄັດຈາກ VOV)