• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫ່ວາງຜູ້ບັນຊາການກອງທະຫານບົກບັນດາປະເທດອາຊຽນ

      ວັນທີ 25 ພະຈິກ, ຢູ່ໃນນະຄອນ Bandung, Java ຕາເວັນຕົກ, ປະເທດອິນໂດເນເຊຍ,ໄດ້ດຳເນີນກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດອາຊຽນຄັ້ງທີ 20(ACAMM-20) ດ້ວຍຫົວຂໍ້ “ຊຸກຍູ້ການຮ່ວມມືຂອງກອງທັບມຸ່ງໄປສູ່ອາຊຽນ 2025 - ພ້ອມກັນກ້າວໄປ’’.

ຜູ້ບັນຊາການກອງທະຫານບົກບັນດາປະເທດອາຊຽນ 
      ທີ່ກອງປະຊຸມຄັ້ງນີ້ບັນດາປະເທດມຸ່ງໄປສູ່ການສ້າງຍຸດທະສາດປ້ອງກັນຊາດລະຫວ່າງບັນດາປະເທດອາຊຽນ,ຊີ້ໃຫ້ເຫັນບັນດາໄພນາບຂູ່ແລະສິ່ງທ້າທາຍລວມ,ຈາກນັ້ນເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງບັນດາປະເທດສະມາຊິກ. ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມນຳໂດຍທ່ານພົນຕີຫງວຽນເຕິນເກຶອງຮອງຫົວໜ້າເສນາທິການໃຫຍ່ເຂົ້າຮ່ວມ.
            ກ່າວຄຳປາໄສຢູ່ທີ່ນີ້, ຜູ້ຕາງໜ້າຂອງຫວຽດນາມເນັ້ນໜັກວ່າ ໂດຍແມ່ນສະມາຊິກຂອງອາຊຽນ,ຫວຽດນາມຕັ້ງໜ້າແລະເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນບັນດາຄວາມມານະພະຍາຍາມຂອງພາກພື້ນເພື່ອຮັບມືກັບບັນດາສິ່ງທ້າຫາຍລວມ,ໃນນັ້ນມີການຮ່ວມມືປ້ອງກັນຕ້ານການກໍ່ການຮ້າຍແລະບັນດາການເຄື່ອນໄຫວມະນຸດສະທຳໝູນທາຍຊ່ວຍໄພພິບັດ ໃນປີຮັບດຳລົງຕຳແໜ່ງປະທານອາຊຽນໃນປີ 2020, ຫວຽດນາມຈະສືບຕໍ່ຮ່ວມສຳພັນພາຍໃນກຸ່ມ,ຍົກສູງປະສິດທິຜົນດ້ານປ້ອງກັນຊາດ, ການທະຫານໂດຍອາຊຽນເປັນເຈົ້າພາທາງແລະຍູ້ແຮງການຮ່ວມມືກັບຄູ່ຮ່ວມມືພາຍນອກອາຊຽນ.ທ່ານພົນຕີຫງວຽນເຕິນເກຶອງກໍ່ສະເໜີການເຄື່ອນໄຫວລະຫ່ວາງ ທະຫານບົກບັນດາປະເທດອາຊຽນແນໃສ່ຮ່ວມແຮງຮ່ວມໃຈຮັບມືກັບບັນດາສິ່ງທ້າທາຍລວມຂອງພາກພືນ
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top